ISບຸກໂຈມຕີໂຮງງານກັ່ນນ້ຳມັນແຫ່ງໃຫຍ່ສຸດຢູ່ອີຣັກ

ISບຸກໂຈມຕີໂຮງງານກັ່ນນ້ຳມັນແຫ່ງໃຫຍ່ສຸດຢູ່ອີຣັກ - ảnh 1
ໂຮ​ງ​ງານ​ກັ່​ນ​ນ້ຳ​ມັນBaiji
ພາບ:ngaynay.vn

(vovworld)-​​​​ ວັນ​ທີ 11/4, ອົງ​ການ​ລັດ​ອິດ​ສະ​ລາມ IS ດຳ​ເນີນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ ເລັ່ງ​ໃສ່​ໂຮ​ງ​ງານ​ກັ່ນ​ນ້ຳ​ມັນ Baiji ຊື່ງ​ແມ່ນ​ໂຮ​ງ​ງານ​ກັ່​ນ​ນ້ຳ​ມັນ​ແຫ່ງ​ໃຫຍ່​ສຸດ​ຢູ່ ອີ​ຣ​ັກ ຫ່າງ​ຈາກ​ນະ​ຄອນ ແບກ​ແດດ ​ທາງ​ທິດ​ເຫນືອ ປະ​ມານ 200 ກິ​ໂລ​ແມັດ ຂຶ້ນ​ກັ​ບ​ແຂວງ Salehddin. ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ແຂວງ ດັ່ງ​ກ່າວ​ໄດ້​ຮັບ​ຮູ້​ຂ່າວ​ຄາວ​ດັ່ງ​ກ່າວ ແລະ ຖື​ວ່າ ນີ້​ແມ່ນ​ກາ​ນ​ບຸກ​ໂຈມ​ຕີ​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ເມືອ​ກຳ​ລັງ​ທະ​ຫານ​ແຂວງນີ້​ທຳ​ລາຍ​ການ​ປິດ​ລ້ອມ​ຂອງ IS ໃນ​ສອງ​ສາມ​ເດືອນ​ຜ່ານ​ມາ. ກຸ່ມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ​ປະ​ກາດ​ວ່າ ເຂົາ​ເຈົ້າ​ໄດ້​ບຸກ​ເຂົ້າ​ໂຮງ​ງານ​ກັ່ນ​ນ້ຳ​ມັນ ແລະ ແຜ່​ພາບ​ກຳ​ລັງ​ນີ້​ພວມ​ບຸກ​ໂຈມ​ຕີ​ໂຮງ​ງານ​ຈາກ​​ເບື້ອງນອກ.

 

 

 

 

 

 

ຂ່າວ/ບົດ​ອື່ນ