ISບຸກໂຈມຕີໂຮງງານໄຟຟ້າຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງຊີຣີ

ISບຸກໂຈມຕີໂຮງງານໄຟຟ້າຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງຊີຣີ - ảnh 1
ກຳ​ລັງ IS
ພາ​ບ:

(vovworld)- ວັນ​ທີ 5/7, ຜູ້​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ທີ່​ຂຶ້ນ​ກັບ “ລັດ ອິດ​ສະ​ລາມ IS ອ້າງ​ຊື່​ເອງ ໄດ້​ຊີ້ຈູດ​ລະ​ເບີດລົດ​ເກງທີ່​ຂົນ​ສົ່ງ​ດິນ​ລ​ະ​ເບີດ​ຢູ່ມໍ່​ກັບ​ໂຮ​ງ​ງານ​ສະ​ຫນອງ​ໄຟ​ຟ້າ​ ແຫ່ງ​ຫນຶ່ງ ໃຫ້​ນະ​ຄອນ​ Hasaka ປະ​ເທດ ຊີ​ຣີ. ໂທ​ລະ​ພາບ​ແຫ່ງ​ຊາດ ຊີ​ຣີ ໃຫ້​ຮູ້​ວ່າ : ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນີ້ ໄດ້​ສະ​ກັດ​ກັ້ນ​ເຫດ​ບຸກ​ໂຈມ​ຕີຄັ້ງ​ທີ​ສອງ ເລັ່ງ​ໃສ່​ໂຮງ​ງານ​ສະ​ຫນອງ​ໄຟ​ຟ້າ​ໃຫ້​ບັນ​ດາ​ເມືອງ​ທາງ​ທິດ​ໃຕ້​ຂອງ​ນະ​ຄອນ ດັ່ງ​ກ່າວ ແຕ່​ເຫດ​ບຸກ​ໂຈມ​ຕ​ີ​​ຄັ້ງທີ​ຫນຶ່ງ ໄດ້​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດ​ຖຸ ແລະ ອາດ​ຈະ​ມີ​ຜູ້​ຖືກ​ເສຍ​ຊີ​ວິດ​ຫລື​ບາດ​ເຈັບ ແຕ່ບໍໍ່​ທັນ​ຮູ້​ລາຍ​ລະ​ອຽດ.

 

 

 

 

 

ຂ່າວ/ບົດ​ອື່ນ