ເຮືອບິນບິນຈາກ ສະໜາມບິນ Khalkhalah
(ພາບ: AP)
|
(vovworld) – ວັນທີ 24/4, ໃນ Twitter ສະໜັບສະໜູນກຸ່ມ ລັດອິດສະລາມ (IS) ອ້າງຊື່ເອງ ໄດ້ໃຫ້ຂ່າວກຸ່ມນີ້ຍິງຕົກເຮືອບິນລຳໜຶ່ງຂອງລັດຖະບານ ຊີຣີ ຢູ່ໃກ້ກັບສະໜາມບິນການທະຫານຫຼັກແຫຼ່ງທາງພາກໃຕ້ ແລະ ຈັບຕົວນັກບິນ. ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ແລ້ວ, ເຮືອບິນລຳນີ້ຖືກຍິງຕົກຢູ່ທາງທິດຕາເວັນອອກສະໜາມບິນ Khalkhalah, ເຊິ່ງແມ່ນຖານທີ່ໝັ້ນກອງທັບອາກາດແຫ່ງໜຶ່ງດຽວຢູ່ເຂດ Sweida. SOHR ໃຫ້ຮູ້ວ່າ: ປະຈຸບັນ, ບໍ່ທັນຮູ້ຊາຕາກຳຂອງບັນດາສະມາຊິກໃນຈຸບິນເທື່ອແຕ່ບັນດາແຫຼ່ງຂ່າວສະໜັບສະໜູນ IS ຢັ້ງຢືນວ່າ: ນັກບິນໄດ້ຖືກຈັບຕົວ. ເຖິງຢ່າງໃດກໍ່ຕາມ, ສຳນັກຂ່າວສານແຫ່ງລັດ ຊີຣີ SANA ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ການທະຫານຜູ້ໜຶ່ງທີ່ເວົ້າວ່າ: ເຮືອບິນລຳນີ້ “ຖືກຕົກຍ້ອນບັນດາເຫດການດ້ານເຕັກນິກໃນຂະນະທີ່ພວມເຂົ້າຮ່ວມການຊ້ອມຮົບ” ແລະ ການເຄື່ອນໄຫວຊອກຫາບັນດານັກບິນພວມຖືກດຳເນີນໄປ.