ISເຂັ່ນຂ້າຊາວຊີຣີນັບຮ້ອຍຄົນ
(ພາບປະກອບ:AP)
(vovworld) – ວັນທີ 24/5, ຊ່ອງໂທລະພາບແຫ່ງລັດ ຊີຣີ ໃຫ້ຂ່າວວ່າ: ບັນດາມືປືນແຫ່ງລັດອິດສະລາມ (IS) ໄດ້ເຂັ່ນຂ້າຊາວເມືອງເກົ່າ Palmyra ຢ່າງໜ້ອຍສຸດ 400 ຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ. IS ກໍຄວບຄຸມເຂດດ່ານຊາຍແດນ Al Walid ລະຫວ່າງ ອີຣັກ ແລະ ຊີຣີ. ກອງທະຫານລັດຖະບານ ຊີຣີ ພວມມານະພະຍາຍາມຢືດຄອງເມືອງເກົ່າ Palmyra ຄືນໃໝ່.