Moody’s ຍັງຮັກສາດັດຊະນີໄວ້ວາງໃຈລະດັບຊາດຂອງຫວຽດນາມ, ຍົກລະດັບແງ່ຫວັງຂຶ້ນ 2 ຂັ້ນເປັນລະດັບຕັ້ງໜ້າ

(VOVWORLD) -ເລື່ອງຄະນະກຳມະການຈັດອັນດັບຄວາມໄວ້ວາງໃຈ Moody’s ຕີລາຄາຍົກແງ່ຫວັງຂຶ້ນ 2 ຂັ້ນສຳລັບຫວຽດນາມ ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ
Moody’s ຍັງຮັກສາດັດຊະນີໄວ້ວາງໃຈລະດັບຊາດຂອງຫວຽດນາມ, ຍົກລະດັບແງ່ຫວັງຂຶ້ນ 2 ຂັ້ນເປັນລະດັບຕັ້ງໜ້າ - ảnh 1(ພາບປະກອບ: congluan.vn)

ວັນທີ 18 ມີນາ, ອົງການຈັດອັນດັບຄວາມໄວ້ວາງໃຈ Moody’s Investors Service (Moody’s) ໄດ້ແຈ້ງກ່ຽວກັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງຫວຽດນາມ ຍັງຮັກສາໄວ້ຢູ່ໃນລະດັບ 3 ໃນຕາຕະລາງຈັດອັນດັບ ສຳລັບບັນດາບ້ວງຈາລະຈອນສະກຸນເງິນດົ່ງ ແລະ ເງິນຕາຕ່າງປະເທດ ແລະ ບັນດາບ້ວງເງິນກູ້ຢືມຂັ້ນສູງບໍ່ໄດ້ຮັບການຮັບປະກັນ ແລະ ດັດປັບການເພີ່ມແງ່ຫວັງຂຶ້ນເປັນລະດັບຕັ້ງໜ້າ.

        Moody’s ໃຫ້ຮູ້ວ່າ, ບັນດາມາດຕະການແກ້ໄຂດ້ານນະໂຍບາຍໃນການພັດທະນາເສດຖະກິດ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນຂອງຫວຽດນາມ ໄດ້ໜູນຊ່ວຍໃຫ້ແກ່ການເຄື່ອນໄຫວເສດຖະກິດຢູ່ພາຍໃນປະເທດ ແລະ ການແລກປ່ຽນການຄ້າສາກົນ ຟື້ນຟູ ແລະ ໜູນຊ່ວຍການສ້າງລາຍຮັບເຂົ້າງົບປະມານ. ອົງການດັ່ງກ່າວໄດ້ຍົກອອກການຕີລາຄາພື້ນຖານເສດຖະກິດຫວຽດນາມ ມີຄວາມສາມາດບົ່ມຊ້ອນທີ່ໄດ້ຮັບຜົນປະໂຫຍດຈາກທ່າອ່ຽງຫັນປ່ຽນທົ່ວໂລກກ່ຽວກັບການຜະລິດ, ການຄ້າ ແລະ ບໍລິໂພກ ພາຍຫຼັງໂລກລະບາດ ດ້ວຍກຳລັງແກ່ງແຍ້ງຂອງຂະແໜງປຸງແຕ່ງ, ຜະລິດ ແລະ ເຂດເສດຖະກິດຕ່າງປະເທດທີ່ເຕັມໄປດ້ວຍຄວາມຂະຫຍັນຂັນເຄື່ອນ.

        ເລື່ອງຄະນະກຳມະການຈັດອັນດັບຄວາມໄວ້ວາງໃຈ Moody’s ຕີລາຄາຍົກແງ່ຫວັງຂຶ້ນ 2 ຂັ້ນສຳລັບຫວຽດນາມ ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນໃນການຈັດອັນດັບຄວາມໄວ້ວາງໃຈທົ່ວໂລກຂອງອົງການນີ້ ນັບແຕ່ເກີດໂລກລະບາດໂຄວິດ-19 ແລະ ແມ່ນໝາກຜົນທີ່ໜ້າຮັບຮູ້ສຳລັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ