NATOຈັດການຊ້ອມຮົບຂະໜາດໃຫຍ່ຢູ່ທາງພາກໃຕ້ປະເທດເຢຍລະມັນ

NATOຈັດການຊ້ອມຮົບຂະໜາດໃຫຍ່ຢູ່ທາງພາກໃຕ້ປະເທດເຢຍລະມັນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 26/08, ທະຫານ​​ໂດດ​ຈ້ອງ​ກວ່າ 1.000 ຄົນ​ຂອງ​ອົງກາ​ນ NATO ​ໄດ້​ຈັດການ​ຊ້ອມ​ຮົບ​ຢູ່ Hohenfels, ທາງ​ພາກ​ໃຕ້​້​ເຢຍລະ​ມັນ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ຊ້ອມຮົບ​ທາງ​ອາກາດ​ຫຼາຍ​ຝ່າຍ​ໃຫຍ່​ສຸດ​ຢູ່​ເອີ​ລົບ ນັບ​​ແຕ່​ເມື່ອ​ສິ້ນສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ທີ່​ມີ​ຊື່ວ່າ “ຮັບ​ມື​ຢ່າງ​ວ່ອງໄວ - 2015”. ການ​ຊ້ອມ​ຮົບ​ນີ້​ນອນ​ໃນ​ຂອບ​ເຂດ​ການ​ຊ້ອມຮົບ​​ໃຫຍ່ “ຮັບ​ມື​ຢ່າງວ່ອງ​ໄວ - 2015” ຂອງ NATO, ​ແນ່​ໃສ່​ໂຄສະນາ​ຄວາມ​ສາມາດ​ກ່ຽມພ້ອມຈະ​ຜັນ​ຂະ​ຫາຍ​ບັນດາ​ກຳລັງ​ສູ້​ຮົບ​ນາໆ​ຊາດ ​ໃນ​ບັນດາ​ສະພາວະຮີບ​ດ່ວນ. ມີ​ຈຳນວນພົນທະຫານ 4.800 ຄົນ​ທີ່​ມາ​ຈາກ 11 ປະ​ເທດ NATO ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້, ​ເຊິ່ງຖືກ​ດຳ​ເນີນ​ໄປ​ພ້ອມ​ກັນ​ຢູ່​ທັງ​ບຸນ​ກາຣີ, ​ເຢຍລະ​ມັນ, ອີ​ຕາ​ລີ ​ແລະ ​ໂຣມາ​​ເນຍ ​ໃນ​ລະຫວ່າງ​ແຕ່​ວັນ​ທີ 17/08 – 13/09.

ຂ່າວ/ບົດ​ອື່ນ