NATOໃຫ້ຄຳໝັ້ນສັນຍາໜູນຊ່ວຍສຳພັນທະມິດຕ້ານIS
ທ່ານເລຂາທິການໃຫຍ່ NATO Jens Stoltenberg
(ພາບ: Reuters)
(vovworld) - ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍດ້ານການທະຫານໃຫ້ທະຫານປະສົມ ໂດຍ ອາເມລິກາ ນຳໜ້າຕ້ານຄືນກຳລັງລັດອິດສະລາມ (IS) ອ້າງຊື່ເອງ ຢູ່ ຊີຣີ ແລະ ອີຣັກ. ນັ້ນແມ່ນຄຳຖະແຫຼງທີ່ທ່ານເລຂາທິການໃຫຍ່ NATO Jens Stoltenberg ຫາກໍ່ຍົກອອກໃນວັນທີ 09/07 ຢູ່ກອງປະຊຸມສຸດຍອດຂອງສຳພັນທະມິດການທະຫານນີ້ ຢູ່ Vacsaca ໂປໂລຍ. ໃນວັນປະຊຸມທີ 2 ຂອງກອງປະຊຸມ, ບັນດາການນຳ 28 ປະເທດເປັນສະມາຊິກ NATO ໄດ້ເຫັນດີເປັນເອກະພາບຕໍ່ຫລັກການຈັດສົ່ງບັນດາເຮືອບິນສອດແນມ ມາໜູນຊ່ວຍສຳພັນທະມິດຕ້ານ IS. ແລະ ກໍ່ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ຢືນຢັນວ່າ: ຈະລົງທຶນ 9,2 ຕື້ ເອີໂຮ ໃຫ້ບັນດາການເຄື່ອນໄຫວດ້ານການທະຫານໃນ 15 ປີຈະມາເຖິງ.