ພາບປະກອບ:internet
|
(vovworld)-ເວລາ 7 ໂມງຕາມເວລາທ້ອງຖິ່ນຂອງວັນທີ 18/9, ມີສະຖານທີ່ປ່ອນບັດເລືອກຕັ້ງກວ່າ 2.600 ແຫ່ງໄດ້ເປີດປະຕູຕ້ອນຮັບບັນດາຜູ້ມີສິດເລືອກຕັ້ງ Scotland ເຂົ້າຮ່ວມການລົງປະຊາມະຕິຄັ້ງປະຫວັດສາດເພື່ອເລືອກເຟັ້ນເສັ້ນທາງພັດທະນາອະນາຄົດຂອງປະເທດນີ້. ການລົງປະຊາມະຕີ ຈະແກ່ຍາວຮອດ 22 ໂມງ ແລະຄາດວ່າ ມີ ປະຊາຊົນ Scotland 3,5 ລ້ານຄົນເຂົ້າຮ່ວມ ການປ່ອນບັດເລືອກຕັ້ງ. ໝາກຜົນການປ່ອນບັດຈະໄດ້ປະກາດໃນຕອນເຊົ້າວັນທີ 19/9.