(vovworld) - ຕອນບ່າຍວັນທີ 19/07, ຢູ່ຮ່າໂນ້ຍ, ທະນາຄານໂລກ (WB) ປະຈຳຫວຽດນາມ ປະກາດບົດລາຍງານທົບທວນຄືນສະພາບການເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ 2016. ຕາມນັ້ນແລ້ວ, ພາຍຫຼັງການເຕີບໂຕແຮງໃນປີ 2015, ລະດັບເຕີບໂຕເສດຖະກິດຫວຽດນາມ ຖືກຊັກຊ້າກວ່າ ໃນໄລຍະ 6 ເດືອນຕົ້ນປີ 2016, GDP ຄາດວ່າເພີ່ມ 5,5% ເມື່ອທຽບໃສ່ລະດັບ 6,3% ໃນປີ 2015. ສາຍເຫດທີ່ພາໃຫ້ຫຼຸດລະດັບການເຕີບໂຕລວມມີ ບັນດາຜົນກະທົບທີ່ບໍ່ດີຂອງສະພາບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມຫວ່າງມໍ່ໆມານີ້ ສະນັ້ນກະສິກຳ ແລະ ການຜະລິດອຸດສາຫະກຳພວມມີທ່າອ່ຽງເພີ່ມຂຶ້ນຢ່າງຊັກຊ້າ. ທ່ານ Achim Fock ຮັກສາການຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ ເນັ້ນໜັກວ່າ: ເພື່ອຮັກສາລະດັບເຕີບໂຕສູງ, ຫວຽດນາມ ຕ້ອງສືບຕໍ່ສ້າງໂຄງປະກອບຄືນໃໝ່ຕາມທິດລວງເລິກ ເພື່ອເພີ່ມສະມັດຕະພາບແຮງງານ. ພວກຂ້າພະເຈົ້າຫວັງວ່າ, ລະດັບເຕີບໂຕ GDP ປີ 2016 ຈະບັນລຸປະມານ 6%. ເຖິງວ່າການຄາດຄະເນລະດັບເຕີບໂຕຈະຊັກຊ້າໃນປີ 2016 ກໍ່ຕາມແຕ່ສະພາບເສດຖະກິດໄລຍະກາງຂອງຫວຽດນາມ ຍັງຕັ້ງໜ້າຢູ່.
ເນື່ອງໃນໂອກາດນີ້: WB ກໍປະກາດບົດລາຍງານຫົວເລື່ອງສະເພາະ “ມຸ່ງໄປເຖິງຊີວິດທີ່ແຂງແຮງ ແລະ ຂະຫຍັນຂັນເຄື່ອນໃຫ້ຜູ້ມີອາຍຸສູງຢູ່ຫວຽດນາມ”.