ພາບປະກອບ
|
(vovworld) – ບົດລາຍງານ “ແງ່ຫວັງເສດຖະກິດທົ່ວໂລກ” ມໍ່ໆມານີ້ຂອງທະນາຄານໂລກ (WB) ໃຫ້ຮູ້ວ່າ: ຫວຽດນາມ ພ້ອມກັບ 5 ພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນອື່ນ ແມ່ນບັນດາປະເທດມີລະດັບການເຕີບໂຕສູງໃນປີນີ້ ແລະ ຊຸມປີຕໍ່ໄປ. ໃນບົດລາຍງານດັ່ງກ່າວ, WB ຕີລາຄາ ຫວຽດນາມ ໄດ້ຍູ້ແຮງບັນດາຄວາມມານະພະຍາຍາມພັດທະນາ, ຊຸກຍູ້ການຫັນເປັນເອກະຊົນ, ພ້ອມທັງທ່ວງທັນກັບບາງປະເທດໃກ້ຄຽງ. ໃນຊຸມປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ຊຸກຍູ້ການຫັນເປັນເອກະຊົນ ແລະ ພາກລັດ ປະຈຸບັນກວມພຽງ 40% ພື້ນຖານເສດຖະກິດ. ກະສິກຳ ຫວຽດນາມ ກໍ່ໄດ້ຫລຸດອັດຕາສ່ວນໃນພື້ນຖານເສດຖະກິດຂະນະທີ່ກວມພຽງ 18% ຍອດຜະລິດຕະພັນພາຍໃນ (GDP) ເມື່ອທ້າຍປີ 2015, ໃນຂະນະທີ່ຂະແໜງຜະລິດ ແລະ ບໍລິການກວມເຖິງ 82%. ຄຽງຄູ່ກັນນັ້ນ, ພາກເອກະຊົນຂອງ ຫວຽດນາມ ພວມເຕີບໂຕໂດຍອີງໃສ່ປະຊາກອນ ແລະ ກຳລັງແຮງງານນັບມື້ນັບອຸດົມສົມບູນ, ທັນຍາຫານກໍ່ເພີ່ມຂຶ້ນ ແລະ ລາຄາໃຊ້ສອຍຖືກຮັກສາເປັນປົກກະຕິໃນລະດັບຕຳ່.