ຕົ້ນເຂົ້າຖືກຜົນສະທ້ອນຈາກໄພແຫ້ງແລ້ງ
(ພາບປະກອບ)
(vovworld) – WB ຮັບຮອງເອົາບ້ວງເງິນ 380 ລ້ານUSD ເພື່ອຊ່ວຍຫວຽດນາມຕ້ານການປ່ຽນແປງຂອງດິນຟ້າອາກາດ - ບ້ວງສິນເຊື່ອດັ່ງກ່າວເພື່ອແນໃສ່ຊ່ວຍ ຫວຽດນາມ ຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນການທຳມາຫາກິນໃຫ້ປະຊາຊົນ 1,2 ລ້ານຄົນດຳລົງຊີວິດຢູ່ 9 ແຂວງເຂດທົ່ງພຽງແມ່ນຳ້ຂອງ ທາງພາກໃຕ້ ຫວຽດນາມ, ພວມຖືກຜົນສະທ້ອນຈາກສະພາບປ່ຽນແປງຂອງດິນຟ້າອາກາດ, ນຳ້ເຄັມຊຶມ, ໄພນຳ້ຖ້ວມ… ໂຄງການສົມທົບເພີ່ມທະວີກຳລັງແຮງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນການທຳມະຫາກິນແບບຍືນຍົງເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ທີ່ຫາກໍ່ໄດ້ຮັບຮອງເອົານັ້ນ, ຈະໜູນຊ່ວຍຍົກສູງກຳລັງຄວາມສາມາດວາງແຜນກຳນົດທິດປັບຕົວໃຫ້ແທດເໝາະກັບດິນຟ້າອາກາດ, ກໍ່ຄືເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນການຄຸ້ມຄອງການນຳໃຊ້ແຫຼ່ງທີ່ດິນ ແລະ ແຫຼ່ງນຳ້. ໂຄງການຈະນຳມາໃຫ້ບັນດາຜົນປະໂຫຍດໂດຍກົງໃຫ້ຊາວກະສິກອນຢູ່ບັນດາແຂວງເຂດທົງພຽງ, ກໍ່ຄືບັນດາຄອບຄົວລ້ຽງປູກສິນໃນນຳ້, ໃນນັ້ນມີບັນດາຊາວເຜົ່າ ຂະແມ ຢູ່ຊອກຈັງ ແລະ ຈ່າວີງ.