ວາລະປະຊຸມເທື່ອທີ 6 ຂອງຄະນະປະຈຳສະພາແຫ່ງຊາດ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 22/3, ສືບຕໍ່ວາລະປະຊຸມເທື່ອທີ 6 ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບບາງບັນຫາສຳຄັນຂອງຮ່າງກົດໝາຍວ່າດ້ວຍກຳມະບານສະບັບປັບປຸງ ແລະ ຮັບຮອງເອົາຮ່າງລັດຖະບັນຍັດໂຮມເອກະສານນິຕິກຳເປັນຫນຶ່ງດຽວ. ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍກຳມະບານສະບັບປັບປຸງ, ບັນດາຜູ້ແທນຖືວ່າ: ກົດໝາຍຄວນກຳນົດສິດເຂົ້າເປັນສະມາຊິກອົງການກຳມະບານຂອງຄົນງານຊຶ່ງແມ່ນຊາວຕ່າງປະເທດ ຖ້າເຂົາເຈົ້າມີຄວາມສະໝັກໃຈ, ເຄົາລົບກົດລະບຽບ ຂໍ້ກຳນົດຂອງກຳມະບານຫວຽດນາມ, ເຄົາລົບກົດໝາຍຂອງຫວຽດນາມ. ນີ້ແມ່ນເງື່ອນໄຂເພື່ອປັບປຸງ ແລະ ເພີ່ມທະວີກຳລັງແຮງຂອງກຳມະບານ. ນອກນັ້ນ ບັນດາຜູ້ແທນກໍສະເຫນີວ່າ: ເລື່ອງນຳໃຊ້ແຫລ່ງເງິນກຳມະບານຕ້ອງຖືກກັບຈຸດປະສົງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນງານໃຫ້ຖືກກັບກົດໝາຍ. ກ່ຽວຂ້ອງເຖິງຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບການຈັດຕັ້ງ ແລະ ນຳພາການຢຸດງານຂອງກຳມະບານຄືໃນຮ່າງກົດໝາຍໄດ້ກຳນົດ, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດຖືວ່າ: ໃນບັນດາກໍລະນີທີ່ຈຳເປັນ ກຳມະບານ ຕ້ອງມີຄວາມຮັບຜິດຊອບຈັດຕັ້ງ ແລະ ນຳພາການຢຸດງານເພື່ອຮັບປະກັນການຢຸດງານນັ້ນປະຕິບັດຢ່າງຖືກຕ້ອງກັບກົດໝາຍ. ເຖິງຢ່າງໃດກໍຕາມ, ຄວນແກ້ໄຂສາຍພົວພັນລະຫວ່າງຜູ້ນຳໃຊ້ຄົນງານ, ຄົນງານ ແລະ ກຳມະບານຢ່າງຄົບຊຸດ. ແລະກໍໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງລັດຖະບັນຍັດໂຮມເອກະສານນິຕິກຳເປັນຫນຶ່ງດຽວ.