ທ່ານປະທານ ກູບາ Raul Castro
|
(vovworld)- ວັນທີ 25/1, ທ່ານປະທານ ກູບາ Raul Castro ສະແດງຄວາມຫວັງສືບຕໍ່ວິວັດທະນາການຫັນການພົວພັນກັບອາເມລິກາ ເປັນປົກກະຕິ ພ້ອມທັງຢືນຢັນ ລາຮາວານ ພ້ອມແລ້ວ ຈັດຕັ້ງ “ການເຈລະຈາດ້ວຍຄວາມເຄົາລົບ” ກັບປະທານາທິບໍດີ ອາເມລິກາ ຄົນໃຫມ່ Donald Trump. ກ່າວຄຳເຫັນທີ່ກອງປະຊຸມຂອງ ປະຊາຄົມບັນດາປະເທດ ອາເມລິກາ ລາຕີນ ແລະ Caribe ຊື່ງໄດ້ຈັດຕັ້ງຢູ່ ປະເທດ Dominica, ທ່ານປະທານ Castro ຖືວ່າ ກູບາ ແລະ ອາເມລິກາ ສາມາດຮ່ວມມື ແລະ ຄົງຕົວນຳກັນ, ເຄົາລົບຄວາມແຕກຕ່າງກໍຄືຊຸກຍູ້ທຸກສິ່ງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ. ຕາມທ່ານ Castro ແລ້ວ, ກູບາ ປາດຖະຫນາຢາກສືບຕໍ່ການເຈລະຈາກ່ຽວກັບບັນດາບັນຫາສອງຝ່າຍທັນສະໄຫມກັບ ອາເມລິກາ ບົນພື້ນຖານສະເຫມີພາບ, ປະນິປະນອມເຊິ່ງກັນ ແລະກັນ ແລະ ເຄົາລົບອະທິປະໄຕກໍຄືພື້ນຖານເອກະລາດຂອງ ກູບາ. ຖະແຫລງການຂອງປະທານ Castro ຖືກຍົກອອກໃນສະພາບການປະກົດອອກບັນດາຄວາມວິຕົກກັງວົນກ່ຽວກັບບັນດານະໂຍບາຍຈະມາເຖິງຂອງປະທານາທິບໍດີ Donald Trump ອາດຈະນາບຂູ່ເຖິງການພົວພັນພວມດີຂຶ້ນລະຫວ່າງສອງປະເທດ.