ກູບາແລະອາເມລິກາດຳເນີນການເຈລະຈາກ່ຽວກັບສິດທິມະນຸດ
ທ່ານ Pedro Luis Pedroso, ຮອງຫົວໜ້າກົມຫຼາຍຝ່າຍ ແລະ ກົດໝາຍສາກົນຂອງ ກະຊວງການຕ່າງປະເທດ ກູບາ
(ພາບ: cctv-amnerica.com)
|
(vovworld) – ສຳນັກຂ່າວສານແຫ່ງລັດ ກູບາ Presa Latina (PL) ໃຫ້ຮູ້ວ່າ: ການເຈລະຈາກ່ຽວກັບສິດທິມະນຸດລະຫວ່າງ ກູບາ ແລະ ອາເມລິກາ ດຳເນີນໄປຢູ່ ວໍຊິງຕັນ ໄດ້ຮັບການຈັດຕັ້ງໃນບັນຍາກາດເຄົາລົບ. ການເຈລະຈາຖືກດຳເນີນໄປຖືກຕາມແຜນການວາງອອກ. ຕາມແຫຼ່ງຂ່າວທາງການກ່ອນທີ່ຈັດກອງປະຊຸມແລ້ວ, ຫົວໜ້າຄະນະເຈລະຈາ 2 ຝ່າຍແມ່ນ ທ່ານ Pedro Luis Pedroso, ຮອງຫົວໜ້າກົມຫຼາຍຝ່າຍ ແລະ ກົດໝາຍສາກົນຂອງ ກະຊວງການຕ່າງປະເທດ ກູບາ ແລະ ທ່ານ Thomas Malinowski, ຮອງຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ. 2 ຝ່າຍບໍ່ໄດ້ປະກາດລາຍລະອຽດກ່ຽວກັບບັນດາຫົວຂໍ້ທີ່ໄດ້ນຳມາປຶກສາຫາລື ແຕ່ບັນດາຜູ້ສັງເກດການຖືວ່າ: ລາຮາວານ ແລະ ວໍຊິງຕັນ ຈະແລກປ່ຽນທັດສະນະກ່ຽວກັບປະຊາທິປະໄຕ, ລະບົບການເມືອງ ແລະ ກົດໝາຍສາກົນ. ກ່ອນທີ່ຈັດກອງປະຊຸມ, ທ່ານນາງ Anayansi Rodríguez, ຜູ້ຕາງໜ້າຂອງ ກູບາ ປະຈຳບັນດາອົງການຂອງ ສປຊ ທັງແມ່ນສະມາຊິກຂອງຄະນະເຈລະຈາ ກູບາ ໃຫ້ຮູ້ວ່າ: 2 ຝ່າຍອາດສາມາດປຶກສາຫາລືກ່ຽວກັບກົນໄກກວດກາປະຈຳໄລຍະຂອງສະພາສິດທິມະນຸດ ສປຊ, ຍ້ອນຖືວ່ານີ້ແມ່ນກົນໄກບໍ່ຈຳແນກການປະພຶດ ແລະ ກ່ຽວຂ້ອງເຖິງຄຳໝັ້ນສັນຍາຂອງແຕ່ລະປະເທດກ່ຽວກັບການຮ່ວມມືທົ່ວໂລກໃນຂົງເຂດສິດທິມະນຸດ. ກູບາ ກໍ່ຈະສະເໜີບັນດາຄວາມວິຕົກວັງວົນຂອງຕົນກ່ຽວກັບສະພາບການສິດທິມະນຸດຢູ່ ອາເມລິກາ ແລະ ຢູ່ບັນດາປະເທດອື່ນທີ່ກ່ຽວຂ້ອງໂດຍກົງເຖິງ ອາເມລິກາ.