ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ຕື່ມອີກ 2 ຄົນ ແລະ ແຍກຕົວພາຍຫຼັງເຂົ້າເມືອງໂດຍທັນທີ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 20 ທັນວາ, ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ

ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ຕື່ມອີກ 2 ຄົນ ແລະ ແຍກຕົວພາຍຫຼັງເຂົ້າເມືອງໂດຍທັນທີ - ảnh 1  ບໍລິສັດການບິນ Bamboo Airways

(ພາບ: TTXVN)

ນັບແຕ່ເວລາ 18 ໂມງຂອງວັນທີ 19 ທັນວາ, ຮອດເວລາ 18 ໂມງຂອງວັນທີ 20 ທັນວາ, ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ຕື່ມອີກ 2 ຄົນ, ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວໂດຍທັນທີ. ສະນັ້ນ, ໄລ່ຮອດຕອນບ່າຍວັນທີ 20 ທັນວາ, ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

        ແລະກໍ່ໃນວັນທີ 20 ທັນວາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳສິງກະໂປ ແລະ ບໍລິສັດການບິນ Bamboo Airways, ໄດ້ສົມທົບກັບບັນດາອົງການທ່ີມີໜ້າທີ່ຂອງສິງກະໂປ ຈັດຖ້ຽວບິນສົ່ງພົນລະເມືອງຫວຽດນາມກວ່າ 240 ຄົນຈາກສິງກະໂປ ກັບເມືອປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ບັນດາຜູ້ໂດຍສານ ແລະ ຈຸບິນໄດ້ກວດສຸດຂະພາບ ແລະ ແຍກຕົວຖືກຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ