ພາບປະກອບ:internet
|
(vovworld)- ບໍລິສັດໃຫຍ່ໄຟຟ້າພາກໃຕ້(EVNSPC) ໃຫ້ຮູ້ວ່າ: ໂຄງການສາຍກາບສົ່ງໄຟຟ້າ 110 ກິໂລວັດ ເຊື່ອມຕໍ່ທະເລ ຮ່າຕຽນ- ຟູກວກ ຈະໄດ້ລົງມືກໍ່ສ້າງໃນວັນທີ 21/11 ຈະມາເຖິງ ແລະ ຄາດວ່າໂຄງການດັ່ງກ່າວຈະຖືກນຳເຂົ້າໃຊ້ການກ່ອນວັນທີ 30/4/2014 ປະກອບສ່ວນສະຫນອງໄຟຟ້າຢ່າງຖາວອນ, ຍາວນານໃຫ້ແກ່ປະຊາຊົນເມືອງເກາະ ຟູກວກ ແຂວງ ກຽນຢາງ. ນີ້ແມ່ນກິດຈະກຳສາຍກາບສົ່ງໄຟຟ້າເຊ່ືອມຕໍ່ທະເລໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສຽງໃຕ້ ມີຄວາມຍາວເກືອບ 56 ກິໂລແມັດ ເພື່ອສົ່ງໄຟຟ້າອອກສູ່ເມືອງເກາະ ຟູກວກ ແຂວງ ກຽນຢາງ. ຍອດມູນຄ່າລົງທຶນໃຫ້ແກ່ໂຄງການດັ່ງກ່າວແມ່ນ 2.340 ຕື້ດົ່ງ. ເມື່ອໂຄງການກໍ່ສ້າງສຳເລັດ ຈະຮັບປະກັນການສະຫນອງໄຟຟ້າໃຫ້ແກ່ປະຊາຊົນ ພ້ອມທັງສ້າງປະຖົມປັດໄຈເພື່ອພັດທະນາເກາະ ຟູກວກ ໃຫ້ກາຍເປັນເຂດເສດຖະກິດສຳຄັນ ແລະ ເຂດຊີວະພາບທີ່ມີຄຸນນະພາບສູງຂອງທັງປະເທດ.