ກອງທັບອິນໂດເນເຊຍ ວາງຈຸດໝາຍກາຍເປັນ ກອງທັບເຂັ້ມແຂງ ອັນດັບທີ 10 ໃນໂລກ


ກອງທັບອິນໂດເນເຊຍ ວາງຈຸດໝາຍກາຍເປັນ ກອງທັບເຂັ້ມແຂງ ອັນດັບທີ 10 ໃນໂລກ - ảnh 1

(ພາບ: AFP/TTXVN)

(vovworld)– ທ່ານ Ryamizard Ryacudu ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ ປະກາດ​ວ່າ: ກອງທັບ​ອິນ​ໂດ​ເນ​ເຊຍ​ (TNI) ຈະ​ສູ້​ຊົນ​ເພື່ອ​ກາຍ​ເປັນ​ກອງທັບ​ເຂັ້ມ​ແຂງ​ອັນ​ດັບ​ທີ 10 ​ໃນ​ໂລກ​ໃນ​ປີ 2019 ​ແລະ ລັດຖະບານ​ໃຫ້​ຄຳໝັນສັນຍາ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ TNI ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ​ກໍ່​ຄື​ປະຕິບັດ​ໂຄງການ​ຫັນກອງທັບ​ເປັນ​ທັນ​ສະ​ໄໝ​ໃນ​ປີ 2025. ປະຈຸ​ບັນດາ, TNI ພວມ​ຢືນ​ຢອັນ​ດັບ​ທີ 9 ​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ແລະ ທີ 19 ​ໃນ​ໂລກ.

   ປະຈຸ​ບັນ, TNI ປະຕິບັດ​ໄດ້ 38% ຈຸດໝາຍ​ການ​ສ້າງ​ກຳລັງ​ແຮງ​ປ້ອງ​ກັນຊາ​ດ​ ​ແລະ ພວມ​ພະຍາຍາມ​ສຳ​ເລັດ​ກ່ອນ​ກຳນົດ​ເວລາ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮັບປະກັນ​ກຳລັງ​ແຮງ​ປ້ອງ​ກັນຊາ​ດອັນ​ຈຳ​ເປັນ​ຢ່າງ​ສຸດ​ຂີດ./.

ຂ່າວ/ບົດ​ອື່ນ