ກອງບັນຊາການຕຳຫລວດທະເລຫວຽດນາມມອບສົ່ງກຳປັ່ນສັບພະປະໂຫຍດລຳທີ 3ໃຫ້ກຳລັງຕຳຫລວດທະເລ

ກອງບັນຊາການຕຳຫລວດທະເລຫວຽດນາມມອບສົ່ງກຳປັ່ນສັບພະປະໂຫຍດລຳທີ 3ໃຫ້ກຳລັງຕຳຫລວດທະເລ - ảnh 1
ກຳ​ປັ່ນ 2000 ຂອງ​ກຳ​ລັງ​ຕຳ​ຫລວດ​ເຮືອ

(vovworld)- ​​ວັນ​ທີ 22/10, ຢູ່​ທ່າ​ກຳ​ປັ່ນ ດີງ​ຫວູ, ນະ​ຄອນ ຫາຍ​ຟ່ອງ, ກອງ​ບັນ​ຊາ​ການ​ຕຳ​ຫລວດ​ທະ​ເລ ສົມ​ທົບ​ກັບ ບໍ​ລິ​ສັດ 189, ກົມ​ໃຫຍ່​ກົມ​ອຸດ​ສາ​ຫະ​ກຳ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ສົ່ງ ກຳ​ປັ່ນ​ທະ​ເລສັບ​ພະ​ປະ​ໂຫຍດ ລ​ຳທີ 3 ໃຫ້​ແກ່ ກຳ​ລັງ​ຕຳ​ຫລວດທະ​ເລ ຫວຽດ​ນາມ. ນີ້​ແມ່ນ​ກຳ​ປັ່ນລຳ​ສຸດ​ທ້າຍ​ໄດ້​ມອບ​ສົ່ງ​ໃຫ້​ກຳ​ລັງ​ຕຳ​ຫລວດ ໃນ​ຍອດ​ຈຳ​ນວນກຳ​ປັ່ນ 7 ລຳ ແລະ ແມ່ນ​ຫນຶ່ງ​ໃນ​ກຳ​ປັ່ນ​ສັບ​ພະ​ປະ​ໂຫຍດ 2 ລຳ ຊື່ງ​ໄດ້​ຮັບ​ການ​ຕໍ່​ກຳ​ປັ່ນ​ຕາມ​ໂຄງ​ການ​ຂອງ​ມະ​ຕິ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ຜ່ານນັ້ນ, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ​ຄວາມ​ໝັ້ນ​ຄົງ​ບົນ​ທະ​ເລ​ຂອງ​ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ