(vovworld) - ທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ເມື່ອຕອນບ່າຍວັນທີ 13/10, ທ່ານປະທານ WB Jim Yong Kim ໄດ້ຢືນຢັນຄືນໃໝ່ບົດບາດຂອງອົງການການເງິນນີ້ ໃນການຕໍ່ສູ້ຕ້ານຄວາມອຶດຫິວທຸກຍາກໃນຂອບເຂດທົ່ວໂລກ ແລະ ສານທີ່ທ່ານຢາກສົ່ງເຖິງທົ່ວໂລກແມ່ນ “ຢຸດຕິຄວາມອຶດຫິວທຸກຍາກ”. “ຢຸດຕິຄວາມອຶດຫິວທຸກຍາກ” ແມ່ນວຽກງານເພີ່ມທະວີການແບ່ງປັນຄວາມວັດຖະນາຖາວອນເພື່ອໃຫ້ບັນດາຄອບຄົວ ແລະ ບັນດາໄວໜຸ່ມ ມີຄວາມຫວັງກ່ຽວກັບອະນາຄົດທີ່ແຈ້ງສະຫວ່າງກວ່າ ເຊິ່ງລວມມີວຽກງານດີ, ໄດ້ຮັບການເບິ່ງແຍງດ້ານສາທາລະນະສຸກ ແລະ ມີພື້ນຖານການສຶກສາອັນດີງາມ. ພິເສດ, ທ່ານ Jim Yong Kim ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຕັ້ງບັນດາປະເທດພວມພັດທະນາຂຶ້ນອັນດັບໜຶ່ງ. ໃນສະພາບການເສດຖະກິດທົ່ວໂລກຈະຖືກຜົນເສຍຫາຍຢ່າງງ່າຍດາຍ, ບັນດາພື້ນຖານເສດຖະກິດພັດທະນາພວມຢື່ນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ເມື່ອບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນທີ່ສຳຄັນ, ທຶນແມ່ນກຳລັງໜູນສຳຄັນໃຫ້ແກ່ເສດຖະກິດທົ່ວໂລກໃນຊຸມປີມໍ່ໆມານີ້, ພັດເຫັນປະຈັກຕາລະດັບເຕີບໂຕຢ່າງຊັກຊ້າ. ເພາະສະນັ້ນ, WB ຕ້ອງຮ່ວມມືກັບບັນດາປະເທດສະມາຊິກພ້ອມກັນໄຈ້ແຍກ ແລະ ວາງນະໂຍບາຍກ່ຽວກັບວຽກເຮັດງານທຳ ແລະ ແບ່ງປັນບົດຮຽນເພື່ອຊ່ວຍຫຼຸດຜ່ອນຄວາມອຶດຫິວທຸກຍາກ.