ທີ່ວາລະປະຊຸມພິຈາລະນາສະພາບການປະຕິບັດ
ໜ້າທີ່ຮັບປະກັນຄວາມປອດໄພທາງຄົມມະນາຄົມ
(ພາບ: vietnamplus.vn)
(vovworld) - ໂດຍສືບຕໍ່ວາລະປະຊຸມທີ 6 ຂອງຄະນະກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຕອນເຊົ້າວັນທີ 21/10 ບັນດາຜູ້ແທນໄດ້ສຸມໃສ່ພິຈາລະນາ, ຕີລາຄາບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດໜ້າທີ່ຮັບປະກັນຄວາມປອດໄພທາງຄົມມະນາຄົມ. ຜ່ານບົດລາຍງານ, ບັນດາຜູ້ແທນໄດ້ເຫັນດີຕໍ່ໝາກຜົນທີ່ຜົ້ນເດັ່ນກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຄົມມະນາຄົມທາງບົກແຕ່ຕົ້ນປີ 2012 ມາຮອດປະຈຸບັນ. ນັ້ນແມ່ນສະພາບອຸບັດຕິເຫດໄດ້ຫຼຸດລົງລວມທັງ 3 ມາດຕະຖານ (ດ້ານຈຳນວນອຸບັດຕິເຫດ, ຈຳນວນຄົມເສຍຊີວິດ ແລະ ບາດເຈັບ); ການຕ້ານສະພາບລົດຕິດຢູ່ທັງສອງນະຄອນໃຫຍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ກໍບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ບັນດາຜູ້ແທນໄດ້ຕີລາຄາວ່າ ການສັບຊ້ອນໂມງເຮັດວຽກ ແລະ ຮໍ່າຮຽນ; ການລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເຂດຕົວເມືອງໄດ້ຮັບການປົວແປງສະພາບລົດຕິດຢູ່ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນດີພໍສົມຄວນ.