ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen (ພາບ: internet)
|
(vovworld)- ກອງປະຊຸມຂັ້ນສູງອາຊຽນຄັ້ງທີ່ 21 ໃກ້ຈະມາເຖິງນີ້ຈະຊຸກຍູ້ວິວັດທະນາການເຊື່ອມໂຍງຂອງອາຊຽນ, ພ້ອມທັງເພີ່ມທະວີບົດບາດເປັນໃຈກາງຂອງອົງການນີ້ໃນໂຄງສ້າງສັງຄົມ ແລະ ເສດຖະກິດໃນພາກພື້ນ. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຫົວເລື່ອງອາຊຽນທີ່ດຳເນີນຢູ່ພະນົມເປັນປະເທດກຳປູເຈຍເມື່ອວັນທີ 30/10, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຖືວ່າອາຊຽນໄດ້ບັນລຸບັນດາຜົນງານທີ່ຍິ່ງໃຫຍ່ນັບແຕ່ເວລາໄດ່ຮັບການສ້າງຕັ້ງຂຶ້ນເມື່ອປີ 1967, ປະຈຸບັນ, ອາຊຽນບໍ່ພຽງແຕ່ເປັນທີ່ຮູ້ຈັກແມ່ນພາກພື້ນສັນຕິພາບ, ສະຖຽນລະພາບ, ມີການເຕີບໂຕໄວເທົ່ານັ້ນ, ຫາກຍັງເປັນກຸ່ມເສດຖະກິດ ແລະ ການເມືອງທີ່ມີລັກສະນະເຊື່ອມໂຍງຢ່າງແໜ້ນແຟ້ນ, ມີບົດບາດສຳຄັນຢູ່ອາຊີ ກໍຄືເປັນຄູ່ຮ່ວມມືຍຸດທະສາດທີ່ຂາດບໍ່ໄດ້ສຳລັບຫຼາຍປະເທດ ແລະ ບັນດາອົງການຈັດຕັ້ງໃນໂລກ. ຕາມແຜນການ, ກອງປະຊຸມຂັ້ນສູງອາຊຽນຄັ້ງທີ່ 21 ຈະສຸມໃສ່ປຶກສາຫາລືບັນຫາສ້າງປະຊາຄົມເສດຖະກິດ ອາຊຽນ, ບັນດາການນຳຈະ ປຶກສາຫາລືບັນດາບັນຫາທີ່ສຳຄັນຄື ພັດທະນາບັນດາບໍລິສັດຂະໜາດກາງ ແລະ ນ້ອຍ, ຄວາມໝັ້ນຄົງດ້ານພະລັງງານ, ສິ່ງແວດລ້ອມ, ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາແບບຍືນຍົງ.