ກອງປະຊຸມຄັ້ງທີ 23ຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ |
(vovworld)- ຕອນບ່າຍວັນທີ 13/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ປະທານຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 24, ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບວຽກງານປະຕິບັດໂຄງການຈຸດສຸມຂອງວຽກງານ ປະຕິຮູບດ້ານຕຸລາການໄລຍະ 2011-2016; ຮ່າງໂຄງການຈຸດສຸມວຽກງານ ປະຕິຮູບດ້ານຕຸລາການໄລຍະ 2016-2020; ບົດລາຍງານສະຫຼຸບວຽກງານອາຍຸການ 2011-2016 ແລະ ທິດທາງໜ້າທີ່ວຽກງານອາຍຸກການ 2016-2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ສະເໜີວ່າ :
“ ການຮັບຮູ້ໃນຂົງເຂດຍຸດຕິທຳ, ໃນ 3 ພາກສ່ວນສ້າງເປັນອົງປະກອບຂອງລັດແຫ່ງນິຕິບັນຍັດ ແມ່ນນັບມື້ນັບເພີ່ມຂຶ້ນ, ເຂົ້າໃຈວ່າຕ້ອງປະຕິຮູບໂດຍຈຳເປັນ, ປ່ຽນໃໝ່ໃນການເຄື່ອນໄຫວດ້ານຍຸດຕິທຳ. ບົນພື້ນຖານນັ້ນ, ແມ່ນຕ້ອງສ້າງລະບົບກົດໝາຍໃຫ້ສົມບູນແບບ. ປະຈຸບັນ, ລະບົບກົດໝາຍແມ່ນສົມບູນແບບພໍສົມຄວນ, ສ່ວນການປ່ຽນໃໝ່ການປະຕິຮູບ ແມ່ນສືບຕໍ່ປະຕິບັດ. ລະອຽດ, ໃນຊຸດນີ້, ເລັ່ງໃສ່ລັດຖະທຳມະນູນປີ 2013 ເພື່ອຫັນແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກເປັນລະບອບກົດໝາຍ ”