ກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ

(VOVWORLD) -ຕອນເຊົ້າວັນທີ 05 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມມະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ.
ກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ - ảnh 1(ກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດຫວຽດນາມ ແລະ ລາວ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ໃນປີ 2017, 2 ຝ່າຍໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາຂໍ້ຕົກລົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງມີປະສິດທິຜົນ; ພິເສດ 2 ຝ່າຍໄດ້ຈັດຕັ້ງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017” ເປັນຢ່າງດີ.ການຮ່ວມມືໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວັດທະນະທຳ, ສັງຄົມ, ການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ. ປະຈຸບັນ, ບັນດາວິສາຫະກິດຫວຽດນາມ ໄດ້ຈົດທະບຽນລົງທຶນເຂົ້າລາວ ດ້ວຍ 411 ໂຄງການ, ດ້ວຍຍອດຈຳນວນທຶນປະມານ 3,7 ຕື້ USD. ວົງເງິນການຄ້າ 2 ສົ້ນຫວຽດນາມ - ລາວ ປີ 2017 ບັນລຸກວ່າ 935 ລ້ານ USD, ເພີ່ມຂຶ້ນເກືອບ 13,6% ເມື່ອທຽບໃສ່ປີ 2016, ລື່ນກາຍຄາດໝາຍທີ່ໄດ້ວາງອອກ.

        ໃນປີ 2018, 2 ຝ່າຍໄດ້ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຂອງການນຳຂັ້ນສູງລະຫວ່າງ 2 ປະເທດ; ບັນດາຂໍ້ຕົກລົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ, ໃນນັ້ນມີຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 40 ນີ້; ຊຸກຍູ້ການພົວພັນດ້ານການເມືອງ - ການຕ່າງປະເທດ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລົງທຶນ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃນປີ 2018 ໃຫ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2017…

        ນີ້ແມ່ນຄັ້ງທີ 2, ທີ່ນາຍົກລັດຖະມົນຕີຫວຽດນາມ ແລະ ລາວ ເປັນປະທານຮ່ວມກອງປະຊຸມລະຫວ່າງລັດຖະບານ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງ 2 ປະເທດ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນປີ 2018 ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ.

        “ກອງປະຊຸມຂອງຄະນະກຳມະການຮ່ວມທະວີພາຄີລະຫວ່າງລັດຖະບານຄັ້ງທີ 40 ບັນລຸບັນດາຜົນສຳເລັດຢ່າງຈົບງາມ, ເປີດໜ້າໃໝ່ກ່ຽວກັບສາຍພົວພັນແບບພິເສດຍຸດທະສາດລະຫວ່າງ 2 ປະເທດ. ປີ 2018, ພວກຂ້າພະເຈົ້າຍັງວາງອອກການຮ່ວມມືຮອບດ້ານໃນທຸກຂົງເຂດ, ລົງເລິກເຂົ້າຄຸນນະພາບ, ປະສິດທິຜົນ, ຮັບປະກັນຄວາມຄືບໜ້າ ແລະ ບໍ່ຟູມເຟື້ອຍແຫຼ່ງກຳລັງ. ເພື່ອໃຫ້ການສົມທົບກັນນີ້ໄດ້ຮັບການປະຕິບັດໄດ້ດີກວ່າ, ພວກຂ້າພະເຈົ້າໄດ້ສະເໜີໃຫ້ບັນດາລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ ກະກຽມມະຕິ, ບົດບັນທຶກຂອງກອງປະຊຸມຄັ້ງທີ 40 ໃຫ້ດີ. ພິເສດ, ໃນຄັ້ງນີ້ ພວກເຮົາໄດ້ລົງນາມໃນເອກະສານສຳຄັນ 12 ສະບັບ ແລະ ຈະສູ້ຊົນນຳ 8 ກິດຈະກຳໃຫຍ່ເຂົ້າໃນການເຄື່ອນໄຫວເນື່ອງໃນໂອກາດກອງປະຊຸມຄັ້ງທີ 41”.

        ພາຍຫຼັງກອງປະຊຸມ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 12 ສະບັບ, ໃນນັ້ນມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ໃນປີ 2018 ແລະ ບົດບັນທຶກຊ່ວຍຈຳກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມມະວີພາຄີລະຫວ່າງລັດຖະບານ ກ່ຽວກັບການຮ່ວມມື 2 ຝ່າຍລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ເຂົ້າຮ່ວມພິທີມອບນາມມະຍົດອັນສູງສົ່ງຂອງລັດຖະບານ 2 ປະເທດໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານໃນປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ