ກອງປະຊຸມຄັ້ງທີ 9 ຄະນະປະທານຄະນະກຳມະການສູນກາງງແນວໂຮມປະເທດຊາດຫວຽດນາມ
(vovworld) - ຕອນເຊົ້າວັນທີ 28/6, ຢູ່ ຮ່າໂນ້ຍ, ຄະນະປະທານຄະນະກຳມະການສູນກາງງແນວໂຮມປະເທດຊາດຫວຽດນາມໄດ້ຈັດຕັ້ງກອງປະຊຸມຄະນະປະທານຄັ້ງທີ 9 (ຊຸດທີ 7). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບໝາກຜົນຂອງວຽກງານແນວໂຮມໃນ 6 ເດືອນຕົ້ນປີ; ລາຍງານບັນດາທິດທາງໃຫຍ່ໃນການສ້າງຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ) ແລະ ເນື້ອໃນສຳຄັນອື່ນອີກຈຳນວນໜຶ່ງ. ໃນ 6 ເດືອນຜ່ານມາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກໄດ້ຕັ້ງໜ້າຜັນຂະຫຍາຍການປະຕິບັດໂຄງການດຳເນີນງານ ເຊິ່ງໄດ້ວາງອອກໃນກອງປະຊຸມຄັ້ງທີ 4. ການເຕົ້າໂຮມ, ປັບປຸງ ແລະ ຍູ້ແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບຄວາມເອົາໃຈໃສ່, ຜັນຂະຫຍາຍຢ່າງມີປະສິດທິຜົນ ເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງ, ປົກປັກຮັກສາຜົນປະໂຫຍດ ແລະ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດຢ່າງກວ້າງຂວາງ. ທ່ານ Huynh Dam ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເນັ້ນໜັກວ່າ:
”ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນ 6 ເດືອນຕົ້ນປີ ສືບຕໍ່ຜັນຂະຫຍາຍວຽກງານຈຸດສຸມໃນ 6 ເດືອນທ້າຍປີຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີ, ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຮ່ວມແຮງຮ່ວມໃຈປະຕິບັດບັນດາຈຸດໝາຍເສດຖະກິດຂອງທົ່ວປະເທດໃນ 6 ເດືອນທ້າຍປີ. ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ມະຕິສູນກາງທີ 4 ກ່ຽວກັບ ”ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນໃຫ້ກ້າວເຂົ້າສູ່ຊີວິດການເປັນຢູ່””