(vovworld) - ຈຳເປັນຕ້ອງສະຫຼຸບ, ຖອດຖອນບົດຮຽນໃນບັນດາຮູບແບບທີ່ມີການປະດິດຄິດສ້າງໃນການກໍ່ສ້າງຊົນນະບົດໃໝ່ ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Vu Van Ninh ໃນກອງປະຊຸມຂອງຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໃນວັນທີ 8/11, ທີ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົຕີ Vu Van Ninh ໄດ້ຖືວ່າ ໃນໄລຍະຈະມາເຖິງຕ້ອງຊີ້ແຈ້ງບັນດາເນື້ອໃນປະຕິບັດເປັນຢ່າງດີ ກໍຄືຂໍ້ຄົງຄ້າງທີ່ຕ້ອງໄດ້ຮັບການແກ້ໄຂເພື່ອຊີ້ນຳ, ໃຫ້ບັນດາທ້ອງຖິ່ນປະຕິບັດຕາມ. ທ່ານຮອງນາຍົກລັດຖະມົນຕີສະເໜີວ່າ ເຮັດແນວໃດຕ້ອງສະຫຼຸບໄດ້ຮູບແບບ, ຖອດຖອນວິທີເຮັດທີດີຢູ່ຂັ້ນທ້ອງຖິ່ນ, ຄົ້ນພົບບັນດາຮູບແບບມີຫົວຄິດປະດິດສ້າງໃນການກໍ່ສ້າງຊົນນະບົດໃໝ່, ເພື່ອໃຫ້ແຂວງຕ່າງໆຮໍ່າຮຽນເອົາ. ທີ່ກອງປະຊຸມ, ຄະນະຊີ້ນຳໂຄງການກໍ່ສ້າງຊົນນະບົດໃໝ່ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນວ່າ ໃນແຕ່ລະປີຕ້ອງສະຫງວນງົບປະມານຂອງທ້ອງຖິ່ນຢ່າງໜ້ອຍຊຸດແມ່ນ 10% ເພື່ອປະຕິບັດບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການກໍ່ສ້າງຊົນນະບົດໃໝ່, ຄວບຄູ່ປະຕິບັດການໂຄງການ, ແຜນການໃນບໍລິເວນ. ບັນດາທ້ອງຖິ່ນສຸມໃສ່ສຳເລັດວຽກງານວາງແຜນກຳນົດ ແລະ ສ້າງແຜນຮ່າງຊົນນະບົດໃໝ່ຂັ້ນຕາແສງ ຮັບປະກັນຖືກຕາມລະດັບຄວາມຄືບໜ້າ ແລະ ມີຄຸນນະພາບ.