ກອງປະຊຸມຄະນະບໍລິຫານງານຄັ້ງທີ 8, ອົງຄະນະພັກບັນດາອົງການສູນກາງ.

ກອງປະຊຸມຄະນະບໍລິຫານງານຄັ້ງທີ 8, ອົງຄະນະພັກບັນດາອົງການສູນກາງ. - ảnh 1
ສະຫາຍ Dao Ngoc Dung
ເລຂາອົງຄະ​ນະ​ພັກ​ບັນດາ​ອົງການ​ສູນ​ກາງຫຼຸບກອງປະຊຸມ
(ພາບ: cpv.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/4, ຢູ່ ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ບັນດາ​ອົງການ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງ​ທີ 8, ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ງານ​ໃນ​ໄຕ​ມາດ​ທີ 1 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ​ໄຕ​ມາດ​ທີ 2. ​ໃນ​ໄຕ​ມາດ​ທີ 1, ອົງຄະ​ນະ​ພັກ​ບັນດາ​ອົງການ​ສູນ​ກາງບັນລຸ​ໄດ້​ຜົນງານຕ່າງໆ​ຄື: ການຜັນ​ຂະຫຍາຍ​ການ​ປະຕິບັດ​ບັ້ນ​ຂົນຂວາຍ ”ຮ່ຳຮຽນ ​ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ” ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ຜັນ​ຂະຫຍາຍ​ມິ​ຕິ​ຂອງ​ຄະນະ​ບໍລິຫານ​ງານອົງຄະ​ນະ​ພັກ​ບັນດາ​ອົງການ​ສູນ​ກາງກ່ຽວ​ກັບ ”ຍົກ​ສູງ​ຄຸນ​ນະພາ​ບການ​ດຳ​ເນີນ​ຊີວິດ​ໃນ​ໜ່ວຍ​ພັກ” ​ອັນ​ໄດ້ສ້າງ​ເປັນ​ກຳລັງ​ຕໍ່ສູ້​ຂອງ​ບັນດາ​ອົງການ​ຮາກ​ຖານ​ພັກ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ. ພິ​ເສດ, ອົງຄະ​ນະ​ພັກ​ບັນດາ​ອົງການ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຕ່າງໆ, ວາງ​ແຜນການ​ເພື່ອ​ຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ຄະນະ​ບໍລິຫານ​ງານສູນ​ກາງພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບັນຫາ​ອັນ​ຮີບ​ດ່ວນຈຳນວນ​ໜຶ່ງ​ໃນ​ການ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ