ກອງປະຊຸມຕີລາຄາໝາກຜົນຂອງການຮ່ວມມືຂອງແຂວງ ໄຊຍະບຸລີ ແລະ ອຽນບ໋າຍ

ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ປະຈຳ​ ລາວ ​ໃຫ້​ຂ່າວ​ວ່າ, ແຂວງ ​ໄຊ​ຍະ​ບຸລີ ​ຂອງ ລາວ ແລະ ​ແຂວງ ອຽນ​ບ໋າ​ຍ ຂອງ ຫວຽ​ດນາມ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ຢ່າງຮອບດ້ານລະຫວ່າງ 2 ​ແຂວງ​ໃນ​ປີ 2011 ທີ່​ຜ່ານ​ມາ. ບົດ​ລາຍ​ງານ​ສະຫຼຸບທີ່​ກອງ​ປະຊຸມ​ໄດ້​ຢືນຢັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ອຳນາດ​ການ​ປົກຄອງ​ແຂວງ ໄຊ​ຍະ​ບຸລີ ​ແລະ ​ແຂວງ ອຽນ​ບ໋າ​ຍ ​​ແມ່ນ​ສອດຄ່ອງ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ​ຂອງ 2 ປະ​ເທດ​ທີ່​ໄດ້​ວາງ​ອອກ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຄະນະ​ຜູ​ແທນ​ລະຫວ່າງ​ອຳນາດ​ການ​ປົກຄອງ 2 ​ແຂວງສາມາດຍົກ​ສູງ​ບົດຮຽນ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ຮາກ​ຖານ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະ​ນຸດ, ການ​ຄ້າ ​ແລະ ການ​ລົງທຶນ, ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ການທ່ອງທ່ຽວ​ລະຫວ່າງ 2 ຝ່າຍ. ຜ່ານ​ນັ້ນປະກອບສ່ວນ​ຮັດ​ແໜ້ນ ​ແລະ ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມມື​ຢ່າງຮອບດ້ານ ຫວຽດນາມ - ລາວ ​ໃນ​ທຸກໆ​ຂົງ​ເຂດ.

ໃນ​ປີ 2012, ​ແຂວງ ອຽນ​ບ໋າ​ຍຈະ​ສືບ​ຕໍ່​ລົງທຶນ​ຢູ່ແຂວງ ໄຊ​ຍະ​ບຸລີ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ລົງທຶນກໍ່ສ້າງ​ໂຮງໝໍ​, ເບິ່ງ​ແຍງ​ດູ​ແລ​ສຸຂະ​ພາບ​ໃຫ້​ແກ່​ພະນັກງານ, ຊ່ວຍ​​ເຫຼືອ​ທຶນ​ສຶກສາ​ຈຳນວນ 20 ທຶນ ໃຫ້​ແກ່ນັກ​ສຶກສາ ລາວ ພວມຮໍ່າຮຽນຢູ່​ບັນດາ​​ໂຮງຮຽນຂອງ​ ຫວຽດນາມ .
ຂ່າວ/ບົດ​ອື່ນ