ກອງປະຊຸມທົ່ວໂລກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ

ກອງປະຊຸມທົ່ວໂລກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມ​ທາ​ບທາມ​ຄວາ​ມ​ເຫັນ​ຫົວ​ເລື່ອງ​ສະ​ເພາະ​ທົ່ວ​ໂລກ​ກ່ຽວ​ກັບການ “ຫຼຸດຜ່ອນຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ສາດ ​ແລະ ​ໂຄງການ​ພັດ​ທະ​ນາ​ພາຍຫຼັງ​ປີ 2015”, ​​ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 19/02, ຢູ່​ນະຄອນຫຼວງ Jakarta. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ພັດ​ທະນາ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ່​ສຳລັບການ​ພັດທະນາ​ພາຍຫຼັງ​ປີ 2015; ກຳນົດ​ຂອບ​ເຂດ​ລວມກ່ຽວ​ກັບຄວາມ​ສາມາດ​ຮັບ​ມື ​ແລະ ບັນດາ​ມາດ​ຕະການ​ຮັບມື​ຕໍ່​ໄພພິບັດ​; ​ແບ່ງປັນ​ທັດສະນະ ​ແລະ ບົດຮຽນ​ກ່ຽວ​ກັບການ​ປະຕິບັດ​ບັນດາ​​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ໄພພິບັດ​ຈາກ​ທຳ​ມະຊາດ ​ແລະ ການ​ປະ​ທະ​ກັນ. ບັນດາ​ຜູ້​ແທນ​ກໍ​​ເນັ້ນໜັກ​ເຖິງ​ບົດບາດ​ຂອງ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຝີ​ກ ທີ່​ພວມ​ກາຍ​ເປັນ​ກຳລັງ​ໜູນຕົ້ນ​ຕໍ​ໃຫ້​ແກ່​ການ​​ເຕີບ​ໂຕເສດຖະກິດ​ທົ່ວ​ໂລກ​​ໃນ​ສະຕະ​ວັດ​ທີ 21, ​ແຕ່​ກໍ​ແມ່ນ​ພາກ​ພື້ນ​ທີ່​ຖືກ​ຜົນ​ຮ້າຍໜັກ​ໜ່ວງ​ທີ່​ສຸດ​ຈາກ​ໄພ​ທຳ​ມະ​ຊາດ​ຫຼາຍທີ່​ສຸດ. ກອງ​ປະຊຸມ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຈຸດໝາຍ​ຫຼຸດຜ່ອນຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ​ໃນ​ນັ້ນ​ມີ​ບັນດາ​ຄາດໝາຍ​ຮອດ​ປີ 2030 ຫຼຸດຜ່ອນ 20% ຈຳນວນ ຜູ້​ຖືກ​ຜົນ​ສະທ້ອນ ​ແລະ 50% ຈຳນວນ​ຄົນ​​ເສຍ​ຊີວິດ​ຍ້ອນ​ໄພ​ທຳ​ມະ​ຊາດ; ຫຼຸດຜ່ອນຄວາມ​ເສຍ​ຫາຍ​ທາງ​ດ້ານເສດຖະກິດ 20% ​ແລະ ບໍ່ມີ​ຜູ້​ໃດຕົກ​ຢູ່​ໃນ​ສະພາບຖືກ​ອຶດຫິວ​ທຸກ​ຍາກ​ຍ້ອນໄພ​ທຳ​ມະ​ຊາດ...
ຂ່າວ/ບົດ​ອື່ນ