ກອງປະຊຸມທາງອອນລາຍກອງບັນຊາການກຳລັງປ້ອງກັນຊາດພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ
(VOVWORLD) -ການເຂົ້າຮ່ວມກອງປະຊຸມຂອງຫວຽດນາມ ໄດ້ເປັນການສືບຕໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສະແດງໃຫ້ເຫັນບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ທີ່ມີຕໍ່ບັນຫາລວມຂອງພາກພື້ນ
ຫວຽດນາມເຂົ້າຮ່ວມກອງປະຊຸມ
(ພາບ: qdnd.vn)
|
ໂດຍໄດ້ຮັບຄຳເຊື້ອເຊີນຈາກພົນເຮືອເອກ Philip S.Davidson, ຜູ້ບັນຊາການກອງບັນຊາການກຳລັງມະຫາສະມຸດອິນເດຍ-ປາຊີຟິກ ອາເມລິກາ ແລະ ພົນເຮືອຕີ Viliame Naupoto, ຜູ້ບັນຊາການກຳລັງປ້ອງກັນປະເທດ ຟີຈິ. ວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລຮຸຍວິ້ງ, ຮອງຫົວໜ້າເສນທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍກອງບັນຊາການກຳລັງປ້ອງກັນຊາດພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຄັ້ງທີ 23. ກອງປະຊຸມມີຫົວຂໍ້ວ່າ “ຊຸກຍູ້ພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ໃຫ້ມີຄວາມເສລີ ແລະ ເປີດກວ້າງ”, ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, ກອງປະຊຸມໄດ້ປຶກສາຫາລື 3 ຫົວເລື່ອງຕົ້ນຕໍຄື: “ຄວາມໝາຍ ແລະ ຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ບັນດາໄພນາບຂູ່ດ້ານສາທາລະນະສຸກຂ້າມຊາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ”, “ຄວາມໝາຍ ແລະ ຜົນກະທົບຂອງເຕັກໂນໂລຊີ 5G ທີ່ມີຕໍ່ຄວາມໝັ້ນຄົງແຫ່ງຊາດ” ແລະ “ບົດບາດຂອງລັດທິຫຼາຍຝ່າຍທີ່ມີຕໍ່ການຊຸກຍູ້ພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ໃຫ້ມີຄວາມເສລີ ແລະ ເປີດກວ້າງ”.
ການເຂົ້າຮ່ວມກອງປະຊຸມຂອງຫວຽດນາມ ໄດ້ເປັນການສືບຕໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສະແດງໃຫ້ເຫັນບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ທີ່ມີຕໍ່ບັນຫາລວມຂອງພາກພື້ນ; ພ້ອມທັງເສີມຂະຫຍາຍບົດບາດເປັນປະເທດປະທານອາຊຽນ ປີ 2020, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາລວມຢູ່ພາກພື້ນ ແລະ ໃນໂລກ.