ກອງປະຊຸມນັດສາມັນ ປະຈຳເດືອນ 8 ຂອງ ລັດຖະບານ
(ພາບ: VGP/Nhật Bắc)
(vovworld) - ຕອນເຊົ້າວັນທີ 27/8, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ເປັນປະທານກອງປະຊຸມນັດສາມັນປະຈຳເດືອນ 8 ຂອງລັດຖະບານເພື່ອຕີລາຄາສະພາບເສດຖະກິດສັງຄົມເດືອນ 8 ແລະ ໃນ 8 ເດືອນຜ່ານມາ ພ້ອມທັງເອກະພາບບັນດາມາດຕະການເພື່ອບັນລຸຈຸດໝາຍການເຕີບໂຕເສດຖະກິດ 5,8% ໃນປີນີ້.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງສຸມໃສ່ສູ້ຊົນເພື່ອບັນລຸໄດ້ບັນດາຈຸດໝາຍໄດ້ວາງອອກ, ສ້າງພື້ນຖານໃຫ້ແກ່ການເຕີບໂຕສູນງກ່ວາໃນປີ 2015 ແລະ ຊຸມປີຕໍ່ໄປ. ທ່ານໃສ່ໃຈວ່າຕ້ອງສຸມໃສ່ປຶກສາຫາລືມາດຕະການເພີ່ມຄວາມຕ້ອງການທັງໝົດຂອງພື້ນຖານເສດຖະກິດ, ຍູ້ແຮງການປ່ອຍເງິນລົງທຶນ, ຊຸກຍູ້ການຜະລິດພາຍໃນປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຮຽກຮ້ອງຕ້ອງປຶກສາຫາລືການສ້າງໂຄງປະກອບເສດຖະກິດຄືນໃໝ່, ສຸມໃສ່ການສ້າງໂຄງປະກອບການລົງທຶນຂອງລັດຄືນໃໝ່, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ສ້າງໂຄງປະກອບທະນາຄານການຄ້າ ແລະ ໂຄງປະກອບກະສິກຳຄືນໃໝ່. ກ່ຽວກັບການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ເນັ້ນໜັກວ່າ:
“ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ບໍ່ແມ່ນຫັນເປັນຫຸ້ນສ່ວນ. ການຫັນເປັນຫຸ້ນສ່ວນແມ່ນມາດຕະການຈຸດສຸມ ແຕ່ຕ້ອງຄຸ້ມຄອງແນວໃດ, ການອອກແຮງງານ, ສະມັດຕະພາບແນວໃດ. ລັດຖະມົນຕີແຕ່ລະທ່ານຕ້ອງລົງກວດກາຢູ່ບໍລິສັດແຕ່ລະແຫ່ງ. ຈຸດໝາຍຂອງການ ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ເພື່ອເພີ່ມສະມັດຕະພາບສູງກ່ວາ, ມີປະສິດທິຜົນກ່ວາ, ປະຕິບັດບົດບາດຂອງລັດວິສາຫະກິດໄດ້“./.