(vovworld) - ຕອນບ່າຍວັນທີ 01/04, ກອງປະຊຸມປະທານສານບັນດາປະເທດອາຊຽນ ຄັ້ງທີ 4 ໄດ້ເປັນເອກະພາບ ແລະ ລົງນາມໃນຖະແຫຼງການຮ່ວມກ່ຽວກັບໝາກຜົນການເຮັດວຽກຂອງກອງປະຊຸມ. ຖະແຫຼງການຮ່ວມໄດ້ຢືນຢັນຄວາມເຫັນດີເຫັນພ້ອມຂອງປະທານສານບັນດາປະເທດອາຊຽນ ໃນເລື່ອງເດີນຕາມບັນດາຄາດໝາຍເພີ່ມທະວີການຮ່ວມມືລົງທຶນລະຫວ່າງສານບັນດາປະເທດອາຊຽນ ທີ່ໄດ້ຮັບຮູ້ໃນຂໍ້ຕົກລົງ Boracay 2015. ສະພາປະທານສານອາຊຽນ ໄດ້ເປັນເອກະພາບ ແລະ ຖະແຫຼງ 7 ເນື້ອໃນ, ໃນນັ້ນ, ເປັນເອກະພາບປ່ຽນຊື່ກອງປະຊຸມປະທານສານບັນດາປະເທດອາຊຽນ ເປັນສະພາປະທານສານອາຊຽນ (CACJ). ສະພາປະທານສານອາຊຽນ ເຫັນດີຫັນເປັນລະບຽບ CACJ ເພື່ອແນ່ໃສ່ນຳສະພາໃຫ້ກາຍເປັນອົງການຮ່ວມສຳພັນລະຫວ່າງສານບັນດາປະເທດອາຊຽນ ຕາມກົດບັດອາຊຽນ. ກອງປະຊຸມໄດ້ເປັນເອກະພາບການປະຕິບັດບັນດາບາດກ້າວຈຳເປັນເພື່ອຮັບປະກັນອາຊຽນ ຮັບຮູ້ CACJ. ພ້ອມທັງມອບສິດຂອງປະທານສານປະຊາຊົນສູງສຸດຫວຽດນາມ, ປະຈຸບັນແມ່ນປະທານ CACJ, ຍື່ນສະເໜີຄຳຮຽກຮ້ອງຮັບຮູ້ CACJ ຂຶ້ນອາຊຽນ, ດ້ວຍການໜູນຊ່ວຍຂອງສິງກະໂປ…