ກອງປະຊຸມຜັນຂະຫຍາຍວຽກງານກ່ຽວກັບສະໄໝປະຊຸມທີ 4 ສະພາແຫ່ງຊາດຊຸດທີ 13

ກອງປະຊຸມຜັນຂະຫຍາຍວຽກງານກ່ຽວກັບສະໄໝປະຊຸມທີ 4 ສະພາແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ google.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/10, ຢູ່ ຮ່າ​ໂນ້ຍ, ສູນ​ຂໍ້​ມູນ​ຫໍສະໝຸດ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ໃຫ້​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຕາມ​ນັ້ນ​ແລ້ວ, ກອງ​ປະຊຸມ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 22/10 ​ເຖິງ 24/11/2012. ກອງ​ປະຊຸມ​ຄາດ​ວ່າ​ຈະ​ພິຈາລະນາ, ຕົກລົງ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຄື: ປະກອບ​ຄວາມ​ເຫັນ​​ໃສ່ຮ່າງ​ລັດຖະທຳ​ມະນຸ​ນປີ 1992 ສະບັບ​ປັບປຸງ, ​ເພີ່ມ​ເຕີມ, ຮ່າງ​ມະຕິ​ປະກາດ​ໃຊ້​ກົດ​ລະ​ກ່ຽບກ່ຽວ​ກັບ​ເລື່ອງ​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຜູ້​ດຳລົງ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ, ບັນດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ… ທ່ານ​ນາງ Pham Thi Toan, ຜູ້ອຳນວຍການ​ສູນ​ຂໍ້​ມູນ​ຫໍສະໝຸດ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        ”ຄາດ​ວ່າ​ຈະ​ມີ​ການ​ທ່າ​ຍທອດ​ສົດ​ທາງ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ 13 ​ເທື່ອ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ຄັ້ງ​ກ່ອນ​ແມ່ນ 5 ​ເທື່ອ. ຕາມ​ການ​ຕີ​ລາຄາ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ​ແລ້ວ, ​ໃນ​ກອງ​ປະຊຸມຄັ້ງ​ນີ້​ພວກ​ເຮົາ​ເພີ່ມທະວີ​ການ​ທ່າ​ຍທອດ​ສົດ ​ເ​ພາະວ່າສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ, ດັ່ງ​ນັ້ນ​ຕ້ອງ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຊາບ”.

          ສະພາ​ແຫ່ງ​ຊາດ​ກໍ່​ສະຫງວນ​ເວລາ 12 ວັນ​ເພື່ອ​ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ, ບົດ​ລາຍ​ງານ​ຂອງ​ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຍຸຕິ​ທຳ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການລະ​ເມີດ​ກົດໝາຍ.

ຂ່າວ/ບົດ​ອື່ນ