ກອງປະຊຸມລັດຖະມົນຕີຄັ້ງທີ6ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດAPEC
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:nhanh.net.vn
|
(vovworld)- ດ້ວຍຫົວເລື່ອງ “ເພີ່ມທະວີຄຸນນະພາບວຽກເຮັດງານທຳ ແລະ ເຊື່ອມຕໍ່ມະນຸດ ຜ່ານການພັດທະນາແຫລ່ງຊັບພະຍາກອນມະນຸດ”, ກອງປະຊຸມ ລັດຖະມົນຕີ APEC ຄັ້ງທີ 6 ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 6/9 ຢູ່ ຮ່າໂນ້ຍ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 100 ຄົນ ຊື່ງແມ່ນບັນດາທ່ານລັດຖະມົນຕີ, ຫົວຫນ້າຄະນະຜູ້ຕາງຫນ້າໃຫ້ແກ່ 20 ພື້ນຖານເສດຖະກິດສະມາຊິກຂອງ APEC, ຄະນະເລຂາອາຊຽນ,ບັນດາອົງການຈັດຕັ້ງສາກົນ ແລະ ບັນດາກະຊວງ, ຂະແຫນງການຂອງຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ທ່າອ່ຽງໂລກາພິວັດ ແລະ ຫັນເປັນເສລີນັບມື້ນັບເລິກເຊິ່ງ ກວ້າງຂວາງ, ບັນດາຮູບການຮ່ວມມື, ຮ່ວມສຳພັນດ້ານເສດຖະກິດຫລາຍຮູບຫລາຍແບບ ພວມສ້າງຫລາຍກາລະໂອກາດໃຫມ່, ແຕ່ກໍວາງອອກບັນດາສິ່ງທ້າທາຍໃຫມ່ໃຫ້ແກ່ໂລກເວົ້າລວມ ແລະ APEC ເວົ້າສະເພາະ. ດ້ວຍບົດບາດ ແລະ ທີ່ຕັ້ງສຳຄັນຂອງຕົນ, APEC ຄວນເພີ່ມທະວີບັນດາການເຄື່ອນໄຫວຮ່ວມສຳພັນກວ່າອີກ, ແບ່ງປັນບົດຮຽນ, ເປັນຕົ້ນໃນການພັດທະນາແຫລ່ງຊັບພະຍາກອນມະນຸດ.”