ກອງປະຊຸມສຸດຍອດຄູ່ຮ່ວມມືທົ່ວໂລກ ຄັ້ງທີ 19 ຢູ່ອິນເດຍ
(ພາບປະກອບ: vietnamplus.vn)
(vovworld): ກອງປະຊຸມສຸດຍອດຄູ່ຮ່ວມມືທົ່ວໂລກຄັ້ງທີ 19 ພວມດຳເນີນໄປຢູ່ນະຄອນ Agra Utta Pradesh ປະເທດອິນເດຍ ແຕ່ວັນທີ 27-29/1. ດ້ວຍຫົວເລື່ອງ “ບັນດາຄູ່ຮ່ວມມືທົ່ວໂລກເພື່ອການພັດທະນາແບບຍືນຍົງ“, ກອງປະຊຸມສຸມໃສ່ແລກປ່ຽນຄຳເຫັນ ແລະ ຍົກອອກບັນດາມາດຕະການເພື່ອຮັບມືກັບບັນດາສິ່ງທ້າທາຍອັນຮີບດ່ວນທີ່ສຸດສຳລັບໂລກປະຈຸບັນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານາທິບໍດີອິນເດຍ M.Hamid Ansari ເນັ້ນໜັກວ່າ ຫວ່າງມໍ່ໆມານີ້, ບັນດາຄູ່ຮ່ວມມືຄື G20 (ຊື່ງແມ່ນກຸ່ມກວມເອົາ 2/3 ຈຳນວນປະຊາກອນໂລກ, 90% GDP ແລະ 80% ມຸນຄ່າການຄ້າທົ່ວໂລກ) ໄດ້ຜັນຂະຫຍາຍຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ (RCEP) ແລະ ກຸ່ມ 16 ປະເທດ, ໃນນັ້ນມີບັນດາປະເທດສະມາຊິກອາຊຽນ ຈະຢືນຢັນຄືນໃໝ່ບັນດາບັນຫາຂອງພື້ນຖານເສດຖະກິດທົ່ວໂລກ. ຕະຫຼາດໂລກຈະປ່ຽນແປງ ໂດຍມີການສ້າງຕັ້ງຂຶ້ນຂອງບັນດາກຸ່ມການຄ້າໃໝ່, ສະນັ້ນ, ບັນດາຕະຫຼາດ, ບໍລິສັດຕ້ອງມີການພັດທະນາດ້ວຍຕົນເອງເພື່ອຕອບສະໜອງບັນດາຄຳຮຽກຮ້ອງໃໝ່…ທ່ານຮອງປະທານາທິບໍດີອິນເດຍ ຕີລາຄາວ່າ: ເສດຖະກິດປະເທດນີ້ ຈະຖືກຜົນສະທ້ອນຈາກວິກິດການເສດຖະກິດທົ່ວໂລກ ແຕ່ບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດ ແລະ ມາດຕະການອື່ນໆ ສົມທົບກັບຄວາມຕ້ອງການພາຍໃນປະເທດຢ່າງແຮງ ໄດ້ປະກອບສ່ວນຈຳກັດລະດັບການກະທົບໄດ້.