ກອງປະຊຸມສື່ມວນຊົນທົ່ວປະເທດ ຜັນຂະຫຍາຍຫນ້າທີປີ 2012.

ກອງປະຊຸມສື່ມວນຊົນທົ່ວປະເທດ    ຜັນຂະຫຍາຍຫນ້າທີປີ 2012. - ảnh 1
ທ່ານ Le Hong Anh ກ່າວຄຳເຫັນທີ່ກອງປະຊຸມສື່ມວນຊົນ
ພາບ:hanoimoi.com

(vovworld) - ຕອນ​ເຊົ້າ​ວັນ​ທີ 30/3 ຢູ່ ​ແຂວງ Quang Ninh ​ໄດ້​ດຳ​ເນີນ​ກອງ​ປະຊຸມພະນັກງານ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2012.        ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Le Hong Anh ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ ​ໄດ້​ເນັ້ນ​ຫນັກ​​ເຖິງ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ຊຶ່ງ​ອົງການ​ສື່​ມວນ​ຊົນ​ຄວນ​ສຸມ​ໃສ່​ໂຄສະນາ​ໃນ​ປີ​ນີ້​ເພື່ອ​ໃຫ້​ອົງການ​ສື່​ມວນ​ຊົນ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ພັກ ​ກັບປະຊາຊົນ.

        “ອົງການ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ຄວນ​ສຸມ​ໃສ່​ໂຄສະນາ​ເລື່ອງ​ຊາບ​ຊືມ, ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ເຂົ້າ​ສູ່​ຊີວິດ​ຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ 4 ຊຸດ​ທີ 11. ອົງການ​ສື່​ມວນ​ຊົນ​ຄວນ​ສຸມ​ໃສ່​ໂຄສະນາ​ບັນດາ​ມາດ​ຕະການ​ຊີ້​ນຳ​ນຳພາ​ບໍລິຫານ​ຂອງ​ລັດຖະບານ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​ບັນຫາ​ກ່ຽວ​ກັບ​ອະທິ​ປະ​ໄຕທະ​ເລ ​ແລະ ​ໝູ່​ເກາະ, ຮັບປະກັນ​ເອກະລາດ​ອະ​ທິປະ​ໄຕ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​ຮັກສາ​ຄວາມ​ສັນ​ຕິ​ພາບ, ມິດຕະພາບ, ການ​ຮ່ວມ​ມື ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ