ກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຫວຽດນາມຊຸດທີ14ສືບຕໍ່ເຮັດວຽກ
(vovworld) - ຕອນບ່າຍວັນທີ 27/10, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ (ສະປັບປັງປຸງ). ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ລັດຖະບານຕ້ອງຕີລາຢ່າງລະອຽດກວ່າກ່ຽວກັບສະພາບການແກ້ໄຂການຊົດເຊີຍຂອງລັດ ກໍ່ຄືຄວາມຮັບຜິດຊອບຂອງລັດໃນການຊົດເຊີຍໃຫ້ສ່ວນບຸກຄົນ, ອົງການຈັດຕັ້ງຖືກເສຍຫາຍ, ຊັ່ງຊາບັນດາຂໍ້ກຳນົດນີ້ຂອງຮ່າງກົດໝາຍເພື່ອຮັບປະກັນຄວາມເໝາະສົມກັບລັດຖະທຳມະນູນ ແລະ ຄວາມເປັນເອກະພາບກັບກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງ. ກ່ຽວກັບຫຼັກການຊົດເຊີຍ, ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ຮັກສາບັນດາຂໍ້ກຳນົດທີ່ພວມປະກາດໃຊ້ໃນປະຈຸບັນກ່ຽວກັບສິດຮຽກຮ້ອງການຊົດເຊີຍ ແລະ ຫຼັກການແກ້ໄຂການຊົດເຊີຍ. ພ້ອມທັງ, ຄົ້ນຄວ້າ, ເພີ່ມເຕີມຂໍ້ກຳນົດ ສ່ວນບຸກຄົນ, ອົງການຈັດຕັ້ງທີ່ຖືກເສຍຫາຍ ເມື່ອໄດ້ມີເອກະສານເປັນບ່ອນອີງໃນການຮຽກຮ້ອງການຊົດເຊີຍທີ່ມີສິດຄັດເລືອກ ຫຼື ດຳເນີນການຮ້ອງຟ້ອງ, ຮຽກຮ້ອງການຊົດເຊີຍຢູ່ສານ ຫຼື ແກ້ໄຂຕາມຂັ້ນຕອນ, ລະບຽບການທີ່ໄດ້ກຳນົດໃນກົດໝາຍນີ້. ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຄວາມຮັບຜິດຊອບໃນການຊົດເຊີຍຂອງລັດ ແລະ ຮ່າງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ (ສະບັບປັບປຸງ)