ກອງປະຊຸມສາກົນອິດສະລາມຄັ້ງທີ 28 ກ່າວປະນາມທຸກຮູບການກໍ່ການຮ້າຍ
ພາບປະກອບ
|
(vovworld) - ພາຍຫຼັງເຮັດວຽກເປັນເວລາ 3 ວັນ, ວັນທີ 9/1, ກອງປະຊຸມສາກົນອິດສະລາມເອກະພາບຄັ້ງທີ 28 ໄດ້ອັດລົງຢູ່ນະຄອນຫຼວງ ເຕເຮຣານ, ປະເທດອີຣານ, ດ້ວຍການອອກຖະແຫຼງການຮ່ວມ ຢືນຢັນເຖິງຄວາມຈຳເປັນຂອງເລື່ອງປະຕິບັດບັນດາມາດຕະການຮີບດ່ວນ, ແນໃສ່ແກ້ໄຂບັນດາບັນຫາເຄັ່ງຮ້ອນໃນປະຈຸບັນຂອງໂລກອິດສະລາມ, ໃນນັ້ນມີໄພຂົ່ມຂູ່ກໍ່ການຮ້າຍ. ໃນຖະແຫຼງການຮ່ວມຂອງກອງປະຊຸມ, ບັນດາຜູ້ແທນໄດ້ກ່າວປະນາມທຸກຮູບການກໍ່ການຮ້າຍ ແລະ ເນັ້ນໜັກສິດຄັດຄ້ານ ແລະ ສິດເປັນທຳຂອງທຸກປະເທດ; ຮຽກຮ້ອງໂລກສາມັກຄີກັນຕ້ານລັດທິກໍ່ການຮ້າຍ, ຫົວຮຸນແຮງ, ຊຸກຍູ້ການພັດທະນາລວມເພື່ອຄວາມຈະເລີນຮຸ່ງເຮືອງຂອງໂລກອິດສະລາມ. ກອງປະຊຸມກໍ່ໄດ້ສ້າງຕັ້ງບັນດາກຸ່ມຊ່ຽວຊານເພື່ອແນໃສ່ປຶກສາຫາລືບັນດາການຜັນແປໃໝ່ສຸດທີ່ກ່ຽວຂ້ອງເຖິງບັນດາບັນຫາການຄ້າ, ຊາວໜຸ່ມ, ນັກສຶກສາ ແລະ ພັກຝ່າຍການເມືອງ, ແມ່ຍິງ ແລະ ມູນເຊື້ອໃນໂລກອິດສະລາມ.