ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:cpv.org.vn
|
(vovworld)- ຕອນບ່າຍວັນທີ 14/3 ຢູ່ ຮ່າໂນ້ຍ, ໃນຂອບເຂດບັນດາການເຄື່ອນໄຫວຂອງສະມາຄົມນັກຂ່າວທົ່ວປະເທດປີ 2016, ສະມາຄົມນັກຂ່າວຫວຽດນາມ ໄດ້ສົມທົບກັບວາລະສານກອມມູນິດ ຈັດຕັ້ງກອງປະຊຸມສຳມະນາ “ສື່ມວນຊົນກັບບັນຫາກໍ່ສ້າງພັກ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບົດບາດ, ທີ່ຕັ້ງຂອງສື່ມວນຊົນ, ຂອງຜູ້ເຮັດວຽກງານຫນັງສືພິມໃນວຽກງານກໍ່ສ້າງພັກປະຈຸບັນ, ບັນດາບົດຮຽນ ພຶດຕິກຳຕົວຈິງຂອງນັກຂ່າວ, ບັນນາທິການໃນການລາຍງານຂ່າວ, ຂຽນ ບົດກ່ຽວກັບວຽກງານກໍ່ສ້າງພັກ, ມາດຕະການເພື່ອຍົກສູງຄຸນນະພາບຫນັງສືພິມກ່ຽວກັບວຽກງານກໍ່ສ້າງພັກ. ການໂຄສະນາກ່ຽວກັບວຽກງານກໍ່ສ້າງພັກ ຄວນປ່ຽນໃຫມ່ຢ່າງແຮງກວ່າ, ຕາມທິດສຳຜັດຫລາຍຂົ້ວ, ໃກ້ຊິດຕິດແທດກັບຊີວິດຕົວຈິງ.