ກອງປະຊຸມສຳມະນາ "ເປັນເຈົ້າມະຫາວິທະຍາໄລ”
ກອງປະຊຸມສຳມະນາ "ເປັນເຈົ້າມະຫາວິທະຍາໄລ”
(ພາບ: vietnamplus.vn)
(vovworld) – ກອງປະຊຸມສຳມະນາ ວິທະຍາສາດ ແລະ ນັກຊ່ຽວຊານຫວຽດນາມ ຢູ່ຝລັ່ງ (AVSE) ຫາກໍ່ຈັດຕັ້ງກອງປະຊຸມສຳມະນາໂຕະມົນຄັ້ງທີ 2 ດ້ວຍຫົວຂໍ້ "ເປັນເຈົ້າມະຫາວິທະຍາໄລ”. ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ມີ ສາດສະດາຈານ, ຄູສອນທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ແລະ ຝລັ່ງ ຫຼາຍຄົນ.
ເມື່ອເວົ້າເຖິງສາຍເຫດທີ່ເລືອກເຟັ້ນຫົວຂໍ້ "ເປັນເຈົ້າມະຫາວິທະຍາໄລ” ໃນກອງປະຊຸມສຳມະນາໂຕະມົນ ກ່ຽວກັບການສຶກສາຄັ້ງທີ 2 ນີ້, ປະລິຍາເອກຂະແໜງວິທະຍາສາດສຶກສາ ຫງວຽນທຸຍເຟືອງ, ຄູສອນຢູ່ມາຫາວິທະຍາໄລປາຣີ 7, ສະມາຊິກຄະນະຈັດຕັ້ງໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າເລືອກເຟັ້ນຫົວຂໍ້ "ເປັນເຈົ້າມະຫາວິທະຍາໄລ” ແມ່ນເລີ່ມມາຈາກຄວາມຈິງຢູ່ຫວຽດນາມ. ຢູ່ຝລັ່ງ ແມ່ນເລີ່ມປະຕິບັດນັບແຕ່ປີ 2007, ສ່ວນຢູ່ຫວຽດນາມ ຫາກໍ່ປະຕິບັດແຕ່ປີ 2012, ໝາຍຄວາມວ່າຫວຽດນາມ ແລະ ຝລັ່ງ ລ້ວນແຕ່ໃນໄລຍະປະຕິບັດ. ເຖິງວ່າສະພາບແວດລ້ອມຂອງແຕ່ລະປະເທດມີຄວາມແຕກຕ່າງກັນກໍ່ຕາມ, ແຕ່ຝລັ່ງ ພວມຜັນຂະຫຍາຍບັນດາບັນຫາລະອຽດ, ຜ່ານວິທີປະຕິບັດຂອງຝລັ່ງ, ຫວຽດນາມສາມາດເລືອກເຟັ້ນວິທີປະຕິບັດທີ່ເໝາະສົມໃຫ້ແກ່ຕົນ”.
ຕາມບັນດານັກຊ່ຽວຊານເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ການເປັນເຈົ້າມະຫາວິທະຍາໄລ ແມ່ນທ່າອ່ຽງທີ່ຈຳເປັນ. ຢູ່ຫວຽດນາມ ໄດ້ມີບາງມະຫາວິທະຍາໄລໃໝ່ ປະຕິບັດທົດລອງແລ້ວ. ແຕ່ວ່າ, ຕ້ອງກຳນົດຈຸດເວລາ, ຂອບຂະໜາດ, ດ້ວຍຂໍ້ກຳນົດຢ່າງລະອຽດ.