ກອງປະຊຸມສຳມະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ກອງປະຊຸມສຳມະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
ພາບ:dangcongsan

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ   ໂດຍ ກອງ​ທຶນ Gabriel Peri ຊື່ງ​ແມ່ນ​ອົງ​ການ​ຄົ້ນ​ຄ້​ວາ​ເອ​ກະ​ລາດ​ຂອງ ຝ​ລັ່ງ ຈັດ​ຕັ້ງ ໃນ​ວັນ​ທີ 11/3 ຢູ່ ປາ​ຣີ. ເຂົ້າ​ຮ່ວມ​ມີ​ຜູ້​ແທນ 150 ຄົນ​ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ພັກ​ໃຫຍ່, ອົງ​ການ​ການ​ເມືອງ​ສັງ​ຄົມ, ນັກ​ຮຽນ​ຮູ້,ນັກ​ທຸ​ລະ​ກິດ ແລະ ບັນ​ດາ​ສ່ວນ​ບຸກ​ຄົນ​ຝ​ລັ່ງ ແລະ ເອີ​ລົບ ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ​ຫວຽດ​ນາມ. ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ທ່ານ ຟ້າມ​ຊວນ​ເຊີນ, ຮອງ​ຫົວ​ຫນ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ນຳ​ຫນ້າ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Michel Maso, ຜູ້​ອຳ​ນວຍ​ການກອງ​ທຶນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ພາຍ​ຫລັງ​ກອ​ງ​ປະ​ຊຸມ​ໃຫຍ່ ມີ​ຫລາຍ​ປັດ​ໄຈ​ຕັ້ງ​ຫນ້າ​ໄດ້​ປະ​ກົດ​ອອກ​ຢູ່​ຫວຽດ​ນາມ. ໃນ​ສະ​ພາບ​ການນັ້ນ, ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ເຫດ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຝ​ລັ່ງ ແລະ ຫວຽດ​ນາມ ພ້ອມ​ທັງ​ຊ່ວຍ​ນັກ​ຮຽນ​ຮູ້ ແລະ ມະ​ຫາ​ຊົນ ຝ​ລັ່ງ ມີ​ຂໍ້​ມູນ​ຂ່າວ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ