ກອງປະຊຸມສຳມະນາຕີລາຄາກົດໝາຍວ່າດ້ວຍການປົກປ້ອງ,ເບິ່ງແຍງດູແລແລະສຶກສາເດັກນ້ອຍ

ກອງປະຊຸມສຳມະນາຕີລາຄາກົດໝາຍວ່າດ້ວຍການປົກປ້ອງ,ເບິ່ງແຍງດູແລແລະສຶກສາເດັກນ້ອຍ - ảnh 1
(ພາບປະກອບຈາກ Mạnh Linh/TTXVN)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 10/12, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ສົມທົບ​ກັບ​ກອງ​ທຶນ​ເຍົາວະ​ຊົນ ສະ​ຫະປະຊາ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເດັກ, ​ເບິ່ງ​ແຍງດູ​ແລ ​ແລະ ສຶກສາ​ເດັກນ້ອຍ​ປີ 2004. ກົດໝາຍ​ວ່າ​ດ້ວຍການ​ປົກ​ປ້ອງ​ເດັກ, ​ເບິ່ງ​ແຍງດູ​ແລ ​ແລະ ສຶກສາ​ເດັກນ້ອຍ​​ໄດ້​ຮັບຮອງ​ເອົາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1991 ຈາກ​ສະພາ​ແຫ່ງ​ຊາດ ປະ​ເທດ ສສ ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​​ໃນ​ປີ 2004. ກົດໝາຍ​ສະບັບ​ນີ້​ໄດ້​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ໃຫ້​ແກ່​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັກ, ຮັບປະກັນ​ການ​ປະຕິບັດ​ສິດ​ຂອງ​ເດັກ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ແກ່​​ເດັກ, ປະກອບສ່ວນ​ສຶກສາ​ຊາວ ຫວຽດນາມ ​ໃຫ້ພັດທະນາ​ຢ່າງ​ຮອບ​ດ້ານ.

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ບັນດາ​ບັນຫາ​ຄວນ​ສະ​ເໜີ, ປັບປຸງ, ​ເພີ່ມ​ເຕີມ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ກົດໝາຍ​ວ່າ​ດ້ວຍການ​ປົກ​ປ້ອງ​, ​ເບິ່ງ​ແຍງດູ​ແລ ​ແລະ ສຶກສາ​ເດັກນ້ອຍ​​​ສົມ​ບູນ​ແບບ, ເໝາະ​ສົມ​ກັບ​​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ