ກອງປະຊຸມສຳມະນາປະຕິຮູບ ລະບຽບການດ້ານບໍລິຫານໃນ ຂົງເຂດການລົງທຶນ
(ພາບປະກອບ: daklak.gov.vn)
(vovworld)- ຕອນເຊົ້າວັນທີ 7/6, ຢູ່ນະຄອນໂຮ່ຈິມິນ, ກົມກວດກາລະບຽບການບໍລິຫານ ສັງກັດກະຊວງຍຸດຕິທຳຫວຽດນາມ ໄດ້ຈັດກອງປະຊຸມສຳມະນາຮັບເອົາຄຳເຫັນຂອງວິສາຫະກິດກ່ຽວກັບສະພາບຕົວຈິງ ແລະ ມາດຕະການປະຕິຮູບລະບຽບການດ້ານບໍລິຫານໃນການປະຕິດບັດໂຄງການລົງທຶນ. ບັນດາວິສາຫະກິດໄດ້ຍົກອອກບາງຂໍ້ຕິດຂັດໃນການປະຕິບັດບັນດາລະບຽບການດ້ານບໍລິຫານ, ສະເໜີລົບລ້າງບາງລະບຽບການດ້ານບໍລິຫານໃນການປະຕິບັດໂຄງການລົງທຶນມີການນຳໃຊ້ທີ່ດິນ, ຫລຸດຜ່ອນເວລາປະຕິບັດບັນດາລະບຽບການດ້ານບໍລິຫານໃນຂົງເຂດນີ້. ທ່ານ ເລຮົ່ງເຊີນ, ຮອງລັດຖະມົນຕີກະຊວງຍຸດຕິທຳຫວຽດນາມ ໃຫ້ຮູ້ວ່າ:
“ໃນສະພາບການທີ່ຫວຽດນາມ ພວມແກ່ງແຍ້ງກັບປະເທດຕ່າງໆໃນພາກພື້ນກ່ຽວກັບການດຶດງດູດການລົງທຶນຂອງຕ່າງປະເທດນັ້ນ, ລະບຽບການດ້ານບໍລິຫານເຮັດໃຫ້ບັນດານັກລົງທຶນມີຄວາມອິດເມື່ອຍຍ້ອນເວລາຖືກແກ່ຍາວ, ຕ້ອງເສຍເງິນທອງຫຼາຍ ເຮັດໃຫ້ກຳລັງແກ່ງແຍ້ງຂອງພວກເຮົາຖືກຫລຸດລົງ. ປະຈຸບັນ, ຕ້ອງເລີ່ມຕົ້ນການປະຕິຮູບລະບຽບການດ້ານບໍລິຫານໂດຍທັນທີ່, ນັ້ນກໍ່ແມ່ນຄວາມຕັດສິນໃຈຂອງລັດຖະບານ”.