ກອງປະຊຸມສຳມະນາພັດທະນາການພົວພັນຄູ່ຮ່ວມມື ຫວຽດນາມ - ອີຕາລີ

ກອງປະຊຸມສຳມະນາພັດທະນາການພົວພັນຄູ່ຮ່ວມມື ຫວຽດນາມ - ອີຕາລີ - ảnh 1
ພາບປະກອບ

(vovworld) – “ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສະຖານທູດ​ ອີ​ຕາ​ລີ ປະຈຳ​ຫວຽດນາມ ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ຈັດ​ຕັ້ງຂຶ້ນ​ເມື​່ອວັນ​ທີ 24/5, ຢູ່​ນະຄອນ ​ໂຮ່ຈີ​ມິນ. ກອງ​ປະຊຸມ​ສຳ​ມະ​ນາ​ນອນ​ໃນ​ຂອບ​ເຂດ​ໂຄງການ​ພັດທະນາ ກຸ່ມ​ອຸດສາຫະກຳ​ຂະໜາດ​ກາງ ​ແລະ ນ້ອຍ ​ໂດຍ​ລັດຖະບານ ອີ​ຕາ​ລີ ອຸປະຖຳ​ໃຫ້​ແກ່​ບັນດາ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຫວຽດນາມ ດ້ວຍ​ຈຳນວນ​ເງິນ 3 ລ້ານ euro. ​ໂຄງການ​ໄດ້​ເລືອກ 3 ຂົງ​ເຂດ​ຄື: ຕຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ ​ແລະ ​ເຄື່ອງ​ເຟີ​ນີ​ເຈີ ​ແລະ ກຸ່ມ​ອຸດສາຫະກຳ 4 ​ແຫ່ງ ຢູ່​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ, ດົ່ງ​ນາຍ ​ແລະ ບິນ​ເຢືອງ ​ເພື່ອ​ໜູນ​ຊ່ວຍ​ໃນ​ໄລຍະ 3 ປີ. ພາຍຫຼັງ 3 ປີ​ແຫ່ງ​ການ​ປະຕິບັດ​​ໂຄງການ, ​ໄດ້​ຍົກ​ສູງ​ກຳລັງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ, ພ້ອມ​ທັງ​ສ້າງ​ການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອີ​ຕາ​ລີ. ເອກ​ອັກຄະ​ລັດຖະທູ​ດ ອີ​ຕາ​ລີ ປະຈຳ​ຫວຽ​ດນາມ ທ່ານ Lorozo Angheloni ​ເວົ້າ​ວ່າ:

“ຜ່ານ​ 3 ປີ​ແຫ່ງ​ການ​ປະຕິບັດ, ​ໂຄງການ​​ໃກ້​ຈະ​ສຳ​ເລັດ, ພວກ​ເຮົາ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ທີ່ໂຄງການ​​ໄດ້ວາງ​ອອກ. ພິ​ເສດ​ແມ່ນ​ການ​ເຊື່ອມ​ຕໍ່, ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອີ​ຕາ​ລີ. ​ໂດຍ​ອີງ​ໃສ່​ໂຄງການ​ນີ້, ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຂອງ ອີ​ຕາ​ລີ ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ ​ເພື່ອ​ຊອກ​ຮູ້, ຮ່ວມ​ມື ​ແລະ ລົງທຶນ​ເຂົ້າ​ຫວຽດນາມ. ນີ້ແມ່ນ​ບາດກ້າວ​ເລີ່​ມຕົ້ນ​ໃຫ້​ແກ່​ເສັ້ນ​ທາ​ງອັນ​ຍາວ​ນານ​ຂອງ​ການ​ຮ່ວມ​ມື​ນີ້. ການ​ຮ່ວມ​ມື, ​ເຊື່ອມ​ຕໍ່, ບົນ​ພື້ນຖານ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ແລະ ສະ​ເໝີ​ພາບ​ໃນ​ສິດຜົນ​ປະ​ໂຫຍ​ດ. ບັນດາ​ວິ​ສາ​ຫະກິ​ດຫວຽດນາມ ​ແລະ ອີ​ຕາ​ລີ ​ແບ່ງປັນ​ບົດຮຽນ ​ແລະ ​ເພີ່ມ​ເຕີມ​ໃຫ້​ກັນ​ເພື່ອ​ພ້ອມ​ກັບ​ພັດທະນາ”

ຂ່າວ/ບົດ​ອື່ນ