ກອງປະຊຸມສຳມະນາຢູ່ ຝຣັ່ງກ່ຽວກັບບັນດາສິ່ງທ້າທາຍສຳລັບນະໂຍບາຍພະລັງງານຂອງ ຫວຽດນາມ

(VOVWORLD) - ນີ້ແມ່ນໂອກາດເພື່ອໃຫ້ອົງການຈັດຕັ້ງຕ່າງໆຂອງ ຝຣັ່ງ ເຂົ້າໃຈກ່ວາກ່ຽວກັບສະພາບການປະຈຸບັນຂອງຂະແໜງພະລັງງານ ຫວຽດນາມ, ກຳແໜ້ນຄວາມສາມາດໃນການຮ່ວມມືກັບ ຫວຽດນາມ. 

ກອງປະຊຸມສຳມະນາຢູ່ ຝຣັ່ງກ່ຽວກັບບັນດາສິ່ງທ້າທາຍສຳລັບນະໂຍບາຍພະລັງງານຂອງ ຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ກ່າວຄຳເຫັນທີ່ພິທີ

(ພາບ: ບີກຮ່າ/TTXVN)

ວັນທີ 3 ມິຖຸນາ, ທີ່ສູນວິທະຍາສາດເສດຖະກິດ ຂຶ້ນກັບມະຫາວິທະຍາໄລ Pantheon – Sorbonne, ປາຣີ 1, ສະມາຄົມວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ຝຣັ່ງ (AVSE) ແລະ ສະຫະສະມາຄົມເຕັກນິກໄຟຟ້າ ແລະ ພະລັງງານ (AEEE), ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ແຂວງ Isere ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ສິ່ງທ້າທາຍສຳລັບພະໂຍບາຍພະລັງງານຂອງ ຫວຽດນາມ”. ນີ້ແມ່ນໂອກາດເພື່ອໃຫ້ອົງການຈັດຕັ້ງຕ່າງໆຂອງ ຝຣັ່ງ ເຂົ້າໃຈກ່ວາກ່ຽວກັບສະພາບການປະຈຸບັນຂອງຂະແໜງພະລັງງານ ຫວຽດນາມ, ກຳແໜ້ນຄວາມສາມາດໃນການຮ່ວມມືກັບ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຫງວຽນຊວນເຊີນ ຊົມເຊີຍຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຳມະນາເພື່ອແນໃສ່ເສີມຂະຫຍາຍແຫຼ່ງພຸມປັນຍາ ຫວຽດນາມ ຢູ່ ຝຣັ່ງ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາພະລັງງານຂອງປະເທດຊາດ.

        ເມື່ອປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍໃຫ້ແກ່ການພັດທະນາພະລັງງານຂອງ ຫວຽດນາມ, ບັນດາຜູ້ແທນເຫັນດີຖືວ່າ ຫວຽດນາມ ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກຄືການຂາດທຶນ, ການກະທົບຢ່າງຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ຫວຽດນາມ ຕ້ອງໝູນໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ມີຢູ່ແລ້ວເພື່ອພັດທະນາພະລັງງານ, ຈຳກັດການກະທົບຂອງອຸດສາຫະກຳພະລັງງານເຖິງສະພາບແວດລ້ອມແຫ່ງການດຳລົງຊີວິດ, ມຸ່ງໄປເຖິງພື້ນຖານພະລັງງານສະອາດ, ສະໜິດສະໜົມຕໍ່ສິ່ງແວດລ້ອມເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ