ກອງປະຊຸມສຳມະນາສ້າງຕັ້ງຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ຫວຽດນາມ
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baomoi.com
|
(vovworld)- ວັນທີ 15/5, ອົງການພັດທະນາສາກົນ ອາເມລິກາ(USAID) ສົມທົບກັບກົມໃຫຍ່ພາສີ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ ສ້າງຕັ້ງ ຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ ຫວຽດນາມ. ກອງປະຊຸມສຳມະນາໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາຝ່າຍກ່ຽວຂ້ອງ ທາບທ່າມຄຳເຫັນກ່ຽວກັບເລື່ອງສ້າງຕັ້ງຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ຫວຽດນາມ. ຕາມຄຳເຫັນຈາກຜູ້ແທນຫລາຍທ່ານແລ້ວ, ເລື່ອງສ້າງຕັ້ງຄະນະກຳມະການດັ່ງກ່າວແມ່ນສິ່ງທີ່ຈຳເປັນເພື່ອເພີ່ມທະວີການເຄື່ອນໄຫວຄຸ້ມຄອງພາສີກໍຄືຫັນບັນດາລະບຽບການຂາອອກຂາເຂົ້າໃຫ້ງ່າຍດ່າຍ, ຮັບປະກັນໃຫ້ການປະສານສົມທົບລະຫວ່າງບັນດາຝ່າຍກ່ຽວຂ້ອງງ່າຍດ່າຍກວ່າ, ຜ່ານນັ້ນ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ.