ກອງປະຊຸມສຳມະນາຮ່ວມມືໂທລະພາບຫວຽດນາມ - ລາວ
Quoc Khanh, ນັກຂ່າວ VOV ປະຈຳລາວ -  
ພາບປະກອບ
(vovworld) – ວັນທີ 17/5, ຢູ່ນະຄອນຫຼວງວຽງຈັນ, ສະຖານີໂທລະພາບຫວຽດນາມ ສົມທົບກັບສະຖານີໂທລະພາບແຫ່ງຊາດລາວ ໄດ້ຈັດຕັ້ງ ກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ “ກົນໄກຄຸ້ມຄອງດ້ານການເງິນ ແລະ ບຳລຸງສ້າງຊັບພະຍາກອນມະນຸດ”. ນີ້ແມ່ນໜຶ່ງ ໃນບັນດາການເຄື່ອນໄຫວ ເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືໜູນຊ່ວຍການແລກປ່ຽນບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ລະຫວ່າງ ສະຖານີໂທລະພາບແຫ່ງຊາດລາວ ແລະ ສະຖານີໂທລະພາບຫວຽດນາມ. ກອງປະຊຸມສຳມະນາ ໄດ້ປຶກສາຫາລື ກ່ຽວກັບການກໍ່ສ້າງກົນໄກ ຄຸ້ມຄອງດ້ານການເງິນ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ສະຖານີໂທລະພາບແຫ່ງຊາດ, ຄວາມສາມາດໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນມະນຸດ, ເຕັກນິກການຜະລິດບັນດາລາຍການໂທລະພາບທີ່ມີຄຸນນະພາບສູງ, ພັດທະນາຄວາມສາມາດວິຊາຊີບໃຫ້ແກ່ຖັນແຖວພະນັກງານຜູ້ເຮັດວຽກງານໂທລະພາບລາວ.
Quoc Khanh, ນັກຂ່າວ VOV ປະຈຳລາວ