ກອ​ງ​ປະ​ຊຸມ​ສ​ຳ​ມະ​ນາ​ໂຕະ​ມົນ​ຄັ້ງ​ທີ 6 ຂອງ​ເຄືອ​ຂ່າຍ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ ອາ​ຊຽນ - ອິນ​ເດຍ

(VOVWORLD) -ຫົວຂໍ້ “ອາຊຽນ - ອິນເດຍ: ເພີ່ມທະວີການພົວພັນຄູ່ຮ່ວມມືໃນສັງກາດຫຼັງ ໂຄວິດ”.

ມີຜູ້ແທນກວ່າ 400 ຄົນ ເຊິ່ງເປັນບັນດານັກຮຽນຮູ້, ການນຳວິສາຫະກິດ, ຜູ້ຕາງໜ້າລັດຖະບານ ແລະ ຜູ້ຕາງໜ້າອົງການທຸຕານຸທູດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາໂຕະມົນທາງອອນລາຍຄັ້ງທີ 6 ຂອງເຄືອຂ່າຍບັນດາສະຖາບັນຄົ້ນຄວ້າ ອາຊຽນ - ອິນເດຍ. ເຫດການດັ່ງກ່າວ ໂດຍກະຊວງການຕ່າງປະເທດ ອິນເດຍ ແລະ ໄທ ຮ່ວມກັນ ຈັດຕັ້ງຂຶ້ນ ໃນວັນທີ 20 – 21 ສິງຫາ.

        ດ້ວຍຫົວຂໍ້ “ອາຊຽນ - ອິນເດຍ: ເພີ່ມທະວີການພົວພັນຄູ່ຮ່ວມມືໃນສັງກາດຫຼັງ ໂຄວິດ”, ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລື 5 ຫົວຂໍ້ທີ່ກ່ຽວຂ້ອງເຖິງການພັດທະນາຂອງ ອາຊຽນ, ອິນເດຍ ໃນໄລຍະຫຼັງໂລກລະບາດໂຄວິດ - 19 ເປັນຕົ້ນແມ່ນບັນດາການປ່ຽນແປງໃນຂອບເຂດຄວາມເປັນລະບຽບຮຽບຮ້ອຍຂອງໂລກ, ການພົ້ນເດັ່ນຂຶ້ນຂອງລະບົບສະໜອງ: ກາລະໂອກາດຂອງ ອາຊຽນ ແລະ ອິນເດຍ, ວິໄສທັດຂອງ ອາຊຽນ ສຳລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ຂໍ້ລິເລີ່ມຂອງ ສອງມະຫາສະໝຸດອິນເດຍ - ປາຊີຟິກ.

       ຟານຕຸ່ງ - ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ