ກອງປະຊຸມຮອບທີ 5 ຄະນະກຳມະການປະສົມຊາຍແດນປັກຫຼັກໝາຍຊາຍແດນຫວຽດນາມ - ລາວ

ກອງປະຊຸມຮອບທີ 5 ຄະນະກຳມະການປະສົມຊາຍແດນປັກຫຼັກໝາຍຊາຍແດນຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 5 – 9/01/2013 ຢູ່​ຮ່າ​ໂນ້ຍ, ​ໄດ​້ດຳ​ເນີນ​ກອງ​ປະຊຸມ​ຮອບ​ທີ 5 ຄະນະ​ກຳມະການ​ປະສົມ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ. ທີ່​ກອງ​ປະຊຸມ, 2 ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ຜົນງາ​ນທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ປະຕິບັດ ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່​ບຸລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງທັງ 2 ຝ່າຍ, ​ໄລ່​ຮອດ​ວັນ​ທີ 31/12/2012 2 ຝ່າຍ​ໄດ​້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກຳນົດ​ບ່ອນ​ປັກ​ຫຼັກ​ໝາຍໄດ​້ 769 ຫຼັກ/811 ຫຼັກ ​ແລະ ກໍ່ສ້າງ​ໄດ້ 749 ຫຼັກ​. 2 ຝ່າຍ​ກໍ​ໄດ້​ຍົກ​ອອກ​ຫຼາຍ​ມາດ​ຕະການ​ຊຸກຍູ້​ຄວາມ​ຄືບ​ໜ້າ​ໃນການ​ປັກ​ຫຼັກ​ໝາຍ​, ຕັດສິນ​ໃຈ​ສ້າງ​ສຳ​ເລັດ​ວຽກ​ງານ​ນີ້​ກ່ອນ​ເດືອນ 6/2013, ພ້ອມ​ທັງ​ເລີ່​ມປະຕິບັດ​ວຽກ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ ​ເພື່ອ​ແນ​ໃສ່​ປະຕິບັດສຳ​ເລັດ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່​ບຸລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ ​ໃນ​ປີ 2014. 2 ຝ່າຍ​ກໍ​ໄດ້​ແລກປ່ຽນ​ແຜນກາ​ນສົມທົບ​ກັນ​ຈັດ​ຕັ້ງ​​ພິທີ​ເປີ​ດສະຫຼອງ​ຫຼັກ​ໝາຍໃຫຍ່ 460 ຢູ່​ດ່ານ​ຊາຍ​ແດນ ​ແທງ​ຖູ​ຍ (​ແຂວງ​ແງ້ອານ) - ນ້ຳ​ອອນ (ບໍ​ລະ​ຄຳ​ໄຊ) ຕາມ​ພິທີ​ການລະດັບ​ຊາດ, ສ້າງ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ