ກອງປະຊຸມເຈົ້າຫນ້າທີ່ອາວຸໂສ APEC
ພາບ:vov
|
(vovworld)-ທີ່ການປະຊຸມຂ່າວໃນຕອນທ່ຽງວັນທີ6/11, ທ່ານ Zhang Shaogang ຫົວຫນ້າກົມສາກົນ, ສັງກັດກະຊວງການຄ້າຈີນ ໃຫ້ຮູ້ວ່າ: 4 ຂົງເຂດຊື່ງກອງປະຊຸມບັນລຸຄວາມເຫັນດີເຫັນພ້ອມນັ້ນແມ່ນ: ຊຸກຍູ້ການສ້າງເຂດເສດຖະກິດການຄ້າເສລີ ອາຊີ ປາຊີຟີກ; ສົ່ງເສີມການຮ່ວມມືລະບົບມູນຄ່າ ແລະ ລະບົບສະຫນອງທົ່ວໂລກ; ຊຸກຍູ້ການຮ່ວມມືເສດຖະກິດເຕັກນິກ ອາຊີ ປາຊີຟີກ; ຄົ້ນຄ້ວາວິທີການຫນູນຊ່ວຍພາກພື້ນ ອາຊີ ປາຊີຟີກ ຜັນຂະຫຍາຍບັນດາກົນໄກການຄ້າຫລາຍຝ່າຍຄື: ອົງການການຄ້າໂລກ.
ກອງປະຊຸມເຈົ້າຫນ້າທີ່ອາວຸໂສເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ ດຳເນີນໄປແຕ່ວັນທີ 5-6/11 ຢູ່ ປັກກີງ. ນີ້ແມ່ນກອງປະຊຸມເປີດສາກໃຫ້ແກ່ສັບປະດາກອງປະຊຸມສຸດຍອດ APEC ຄັ້ງທີ 22 ຈັດຂຶ້ນຢູ່ປັກກີງ ແຕ່ວັນທີ 5-11/11.