( vovworld ) – ຕອນເຊົ້າວັນທີ 27/3, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ ບາງບັນຫາທີ່ຮີບດ່ວນໃນການກໍ່ສ້າງພັກປະຈຸບັນ ” ໃຫ້ແກ່ບັນດາຜູ້ແທນເຊິ່ງແມ່ນການນຳສະມາຄົມ, ອົງການການເມືອງ, ສັງຄົມ, ວິຊາຊີບ ຂັ້ນສູນກາງ, ຜູ້ຕາງໜ້າວົງການນັກປັນຍາຊົນ, ນັກສິລະປິນພວມປະຕິບັດວຽກງານຕ່າງໆຢູ່ຂັ້ນສູນກາງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Dinh The Huynh, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ໄດ້ຢືນຢັນວ່າ ມະຕິຂອງກອງປະຊຸມຄັ້ງທີ 4 ຊຸດທີ 11 ແມ່ນມະຕິສຳຄັນຍິ່ງ, ເຊິ່ງທົ່ວພັກ, ທົ່ວປວງຊົນເອົາໃຈໃສ່ເປັນພິເສດ, ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນຢ່າງສູງຈາກປະຊາຊົນທຸກຊັ້ນວັນນະ. ທ່ານ Dinh The Huynh ໄດ້ເນັ້ນໜັກເຖິງບົດບາດຂອງບັນດາອົງການການເມືອງ, ສັງຄົມ, ວິຊາຊີບ, ຜູ້ຕາງໜ້າວົງການນັກປັນຍາຊົນ, ນັກສິລະປິນ ໃນພາລະກິດພັດທະນາລວມຂອງປະເທດຊາດ ແລະ ສະເໜີໃຫ້ບັນດາຜູ້ຕາງໜ້າຍົກສູງຈິດໃຈຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ, ຍາມໃດກໍຮັກສາຫຼັກໝັ້ນ, ແນວຄິດຂອງຕົນຕໍ່ໜ້າແຫຼ່ງຂ່າວ, ສະຕິຄວາມຮັບຮູ້, ທັດສະນະ, ບັນດາການກະທົບຈາກດ້ານຫຼັງຂອງເສດຖະກິດຕະຫຼາດ. ທ່ານ Dinh The Huynh ຊີ້ແຈ້ງວ່າ.
“ ຄຽງຂ້າງບັນດາແຫຼ່ງຂ່າວ, ສະຕິຄວາມຮັບຮູ້ ແລະ ບັນດາທັດສະນະອັນຖືກຕ້ອງ, ກໍຍັງມີຜົນກະທົບຫຼາຍຢ່າງຈາກດ້ານຫຼັງຂອງເສດຖະກິດຕະຫຼາດ, ການເປີດປະຕູເຊື່ອມໂຍງສົ່ງຜົນສະທ້ອນເຖິງສັງຄົມຂອງພວກເຮົາ, ສົ່ງຜົນສະທ້ອນເຖິງພັກຂອງພວກເຮົາ. ຄົນເຮົາມີຄວາມເປັນຫ່ວງກັງວົນວ່າ ພັກສາມາດຮັກສາໄດ້ທາດແທ້ການປະຕິວັດຂອງຕົນໄດ້ຫຼືບໍ່, ຈະສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຫຼືບໍ່, ຫຼືຈະປ່ຽນແປງໄປ. ຖັນແຖວພະນັກງານສະມາຊິກພັກຈະສາມາດຮັກສາໄດ້ເຈດຈຳນົງຕໍ່ສູ້, ກຽດສັກສີຂອງນັກກອມມູນິດຫຼືບໍ່. ນັ້ນແມ່ນບັນດາສິ່ງທີ່ສະມາຊິກພັກ ແລະ ປະຊາຊົນຫຼາຍຄົນພວມຝາກຄວາມຫວັງຕໍ່ພັກ ”.